ຂໍຂອບໃຈນຳຜູ້ສະໜັບສະໜູນ

ພະ​ແນກ​​ແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ ​ນະ​ຄອນ​ຫຼວງວຽງ​ຈັນ (ຮສສ) ໄດ້​ຈັດກອງ​ປະ​ຊູມ​ເຜີຍ​ແຜ່​ຈຸດ​ບໍ​ລິ​ການ​ຈັດ​ຫາ​ງານ ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ແລະຜູ້​ໃຊ້​ແຮງ​ງານ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຄະ​ນະ​​ພັກ ນະ​ຄອນ​ຫຼວງວຽງ​ຈັນ, ຫົວ​ໜ້າ​ພະ​ແນກ​ແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ​ນະ​ຄອນ​ຫຼວງວຽງ​ຈັນ ແລະທ່ານ ໄທ ແສງ​ອາ​ລຸນ ຮອງຫົວ​ໜ້າກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະຈັດ​ຫາ​ງານ ກະ​ຊວງ​ແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ, ທ່ານ ວິໄລກອນ ຈັນທະລາຕີ ຫົວໜ້າຂະແໜງ ພຈງ, ມີ​ຜູ້ຕ່າງ​ໜ້າ​ຈາກພະ​ແນກ​ການ​ອ້ອມ​ຂ້າງ, ຫ້ອງ​ການ​ ຮ​ສ​ສ, ​ຜຸ້​ຕ່າງ​ໜ້າ​ຈາກໂຮງ​ຮຽນວິ​ຊາ​ຊີບ, ສູນ​ຝຶກວິ​ຊາ​ຊີບ, ​ຜູ້​ຕ່າງ​ໜ້າ​ຈາກບໍ​ລິ​ສັດ​ຈັດ​ຫາ​ງານ, ຜູ້​ຕ່າງ​ໜ້າ​ຈາກຫົວ​ໜ່ວຍ​ແຮງ​ງານ, ບັນ​ດາ​ຫົວ​ໜ້າ​ຂະ​ແໜງ ແລະວິ​ຊາ​ການ​ຈາກ ພະ​ແນກ​​ແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ​ນະ​ຄອນ​ຫຼວງວຽງ​ຈັນເຂົ້າ​ຮ່ວມ.

ທ່ານ ນາງ ລຳ​ພອຍ ໃຫ້ຮູ້ວ່າ: ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນພັດ​ທະ​ນາ​ເ​ສດ​ຖະ​ກິດ​ສັງ​ຄົມ​ນະ​ຄອນ​ຫຼວງວຽງ​ຈັນ 5 ປີ ຄັ້ງ​ທີ 8 ແຕ່​ປີ 2016-2020 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະເພື່ອ​ເປັນ​ການ​ເຜິຍ​ແຜ່ ແລະສ້າງ​ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ວຽກ​ງານ​ຂອງ​ຈຸດ​ບໍ​ລິ​ການ​ຈັດ​ຫາ​ງານ​ນະ​ຄອນ​ຫຼວງວຽງຈັນ, ເພື່ອ​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຈຸດ​ບໍ​ລິ​ການ​ຈັດ​ຫາ​ງານ​ ຂອງ​ ພະ​ແນກ ຮ​ສ​ສ. ນວ ໃນ​ໄລ​ຍະ​ຜ່ານ​ມາ ແລະກຳ​ນົດ​ທິດ​ທາງ​ແຜນ​ການ​ຕໍ່​ໜ້າ, ເພື່ອ​ປຶກ​ສາ​ຫາ​ລື​ໃນ​ການ​ສ້າງ​ຕັ້ງ​ເຄື່ອ​ຄ່າຍ​ປະ​ສານ​ງານ ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ຕະ​ຫຼາດ​ແຮງ​ງານ.

Hits: 3

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້