Monday, November 10, 2025
Kbank Laos โอน รับ จ่าย

ເຂື່ອນໄຟຟ້າໄຊຍະບູລີ ຈະ​ຜະ​ລິດ​ໃຊ້​ໃນ​ທ້າຍ​ປີ 2019 ນີ້

ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ປັດຈຸບັນ ການດໍາເນີນການກໍ່ສ້າງ ແມ່ນສໍາເລັດ 97,7% ໂດຍອີງຕາມແຜນພັດທະນາໂຄງການແມ່ນຈະເລີ່ມ ດໍາເນີນການຜະລິດຢ່າງເປັນທາງການໃນເດືອນຕຸລາ 2019.

ທ່ານ ກິດພົດ ສະສົມຊັບ ຜູ້ຊ່ວຍຜູ້ຈັດການໂຄງການເຂື່ອນໄຟຟ້ານໍ້າຂອງ ໄຊ ຍະບູລີ ລາຍງານໃນໂອກາດທີ່ ຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວ ຂ້ອງ ແລະ ຕົວແທນຈາກກອງເລຂາຄະນະກໍາມາການແມ່ນໍ້າຂອງສາກົນລົງ ຕິດຕາມຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ໃນວັນທີ 23 ທັນວາ ຜ່ານມາວ່າ: ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ມີກໍາລັງຕິດຕັ້ງ 1.285 MW ສາມາດຜະລິດໄຟຟ້າໄດ້ປະມານ 7.370 ລ້ານ KWh/ປີ ປະກອບ ມີ 8 ຊຸດ ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ ສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 500 ກິໂລໂວນຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະ ເທດໄທ ແລະ ເຄື່ອງກໍາເນີດໄຟຟ້າ 60 ເມກາວັດ ແລະ ຈໍານວນ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ.

ໂຄງການນີ້ ແມ່ນໄດ້ມີການຈັດຕັ້ງປະຕິບັດຕາມຂະບວນການ ໃນລະບຽບວ່າ ດ້ວຍການແຈ້ງໃຫ້ກັນຊາບ ປືກສາຫາລືລ່ວງໜ້າ ແລະ ການຕົກລົງສະເພາະ ຕາມສັນຍາແມ່ນໍ້າຂອງ 1995 ໄດ້ສໍາເລັດຂະບວນການ PNPCA ໃນປີ 2011 ແລະ ເລີ່ມດໍາເນີນການກໍ່ສ້າງແຕ່ປີ 2012 ເປັນຕົ້ນມາ ໃນນີ້ ການປະຕິບັດ ຕາມຂະບວນການຂອງ PNPCA ແມ່ນຜູ້ພັດທະນາໂຄງການໄດ້ເອົາ ໃຈໃສ່ ປະຕິບັດບົດແນະນໍາ ການອອກແບບເບື້ອງຕົ້ນ (PDG 2009) ແລະ ຜົນການ ທົບທວນຂອງຊ່ຽວຊານຈາກ ກອງເລຂາ ຄະນະກໍາມະການແມ່ນໍ້າຂອງສາກົນ (MRCs)ໂດຍການວ່າຈ້າງບໍລິສັດທີ່ປືກສາ Poyry ຈາກປະເທດສະວິດ ແລະ ບໍລິສັດ CNR ຈາກປະເທດຝຣັ່ງ ໃນການອອກແບບ ແລະ ປັບປຸງແບບຂອງ ໂຄງການ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.