Thursday, March 20, 2025

ແຈ້ງການມາຍັງ ນັກທຸລະກິດ ພໍ່ຄ້າຊາວຂາຍ ​ແລະ​ປະ​ຊາ​ຊົນພາຍ​ໃນ​ແຂວງ​ຜົ້​​ງສາ​ລີ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ຂໍຖືເປັນກຽດແຈ້ງມາຍັງ ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ຜູ້ທີ່ມີຄວາມສົນໃຈໄປເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າ ທີ່ດ່ານເມືອງຄຳ, ຂື້ນກັບເມືອງຈຽງເຊີນ ສປ ຈີນ. ໃນລະຫວ່າງວັນທີ 30 ທັນວາ 2018 – 01 ກໍລະກົດ 2019. ພ້ອມນີ້ໃຫ້ຫ້ອງ ການອຸດສາຫະກຳ ແລະ ການຄ້າ ແຕ່ລະເມືອງເກັບກຳລາຍຊື່ທຸລະກິດ, ລາຍຊື່ຜູ້ເຂົ້າຮ່ວມ, ລາຍການສິນຄ້າ ແລະ ຈຳນວນສິນຄ້າແຕ່ລະລາຍການ, ປະເພດລົດຂົນສົ່ງ, ຍີ່ຫໍ້ລົດ, ທະບຽນລົດ ເພື່ອສັງລວມລາຍງານມາໃຫ້ພະແນກອຸດສາຫະກຳ ແລະ ການຄ້າ (ຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຄ້າ).
– ຈະບໍ່ໄດ້ຈ່າຍຄ່າຫ້ອງວາງສະແດງ ແລະ ຂາຍສິນຄ້າ.

ທີ່ມາ: facebook.com/DOICphongsali

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່