Monday, April 21, 2025

​​ປະ​ທານ​ແນວ​ລາວ ຕ້ອນ​ຮັບ​ສະ​ມາ​ຄົມ ພຸ​ດ​ທະ​ສາ​ສະ​ໜາ ສ​ປ ຈີນ

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະອາຈານໃຫຍ່ ອິນຊຸນ ຮອງປະທານສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ, ເຈົ້າອະທິການວັດຫົງຟ້າຊື ພ້ອມດ້ວຍຄະນະ, ໃນວັນທີ 24 ທັນວາ 2018 ທີ່ສູນກາງແນວລາວສ້າງຊາດ (ສນຊ). 

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ພະອາຈານໃຫຍ່ ອິນຊຸນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນອົງການພຸດທະສາສະໜາສຳພັນລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີການຂະຫຍາຍຕົວຂຶ້ນເລື້ອຍໆ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.