ເດີນ​ທາງ​ແນວ​ໃດ?ໃຫ້​ໄດ້​ໂຊກ​ລາບ ຕາມ​ຄວາມ​ເຊື່ອ​ຂອງ​ບູ​ຮານ​ລາວ

        ເວ​ລາ​ຈະ​ໄປ​ເຮັດ​ວຽກ​ເຮັດ​ງານ​ຢູ່​ບ່ອນ​ໃດ? ຫຼື​ເຮັດ​ທຸ​ລະ​ກິດ​ຄ້າ​ຂາຍ​ອັນ​ໃດ​ກໍ​ແລ້ວ​ແຕ່ ປະ​ເພ​ນີ​ລາວ​ໄດ້​ຫ້າມ ຫຼື​ເດີນ​ທາງ ຫຼື​ນັ່ງ​ຫັນ​ໜ້າ​ໄປ​ໃນ​ທິດ​ທາງ​ທີ່​ຜີ​ຫຼວງ ຫຼື​ຫຼາວ​ເຫຼັກ​ຢູ່ ແຕ່​ຄວນ​ຫັນ​ໜ້າ​ໄປ​ໃນ​ທິດ​ທີ່​ເທບ​ພະ​ເຈົ້າ​ຢູ່. ຖ້າ​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ເດີນ​ທາງ​ແທ້ໆ ກໍ​ໃຫ້​ເດີນ​ໄປ​ໃນ​ທິດ​ທາງ​ທີ່​ເທບ​ພະ​ເຈົ້າ​ຢູ່​ກ່ອ​ນ ແລ້ວ​ຈຶ່ງ​ຄ່ອຍ​ໂຄ້ງ​ຄືນ​ມາ​ໃນ​ທິດ​ທາງ​ທີ່ບໍ່​ດີນັ້ນ; ຜີ​ຫຼວງ​ຫຼາວ​ເຫຼັກ ຫຼື​ເທບ​ພະ​ເຈົ້າ​ທີ່​ຢູ່​ປະ​ຈຳ​ທິດ​ຕ່າງໆ​ກັນ ຕາມ​ແຕ່​ລະ​ມື້ ມີ​ດັ່ງ​ນີ້:

        ວັນ          ເທບ​ພະ​ເຈົ້າ​ຢູ່​ທິດ   ຫຼາວ​ເຫຼັກ​ຢູ່​ທິດ            ຜີ​ຫຼວງ​ຢູ່​ທິດ

        ອາ​ທິດ         ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້   ຕາ​ເວັນ​ຕົກ             ຕາ​ເວັນ​ອອກ​ສ່ຽງ​ເໜືອ

        ຈັນ            ຕາ​ເວັ​ນ​ຕົກ             ຕາ​ເວັນ​ອອກ           ຕາ​ເວັນ​ອອກ

        ອັງ​ຄານ      ຕາ​ເວັນ​ຕົກ​ສ່ຽງ​ໃຕ້     ເໜືອ                  ຕາ​ເວັນ​ອອກ​ສ່ຽງ​ເໜືອ

        ພຸດ            ໃຕ້                     ເໜືອ                  ເໜືອ

        ພະ​ຫັດ         ເໜືອ                  ໃຕ້                     ໃຕ້

        ສຸກ            ຕາ​ເວັນ​ອອກ           ຕາ​ເວັນ​ຕົກ             ຕາ​ເວັນ​ຕົກ

        ເສົາ            ຕາ​ເວັນ​ຕົກ​ສ່ຽງ​ເໜືອ  ຕາ​ເວັນ​ອອກ           ຕາ​ເວັນ​ອອກ​ສ່ຽງໃຕ້

ທີ່​ມາ: ຕຳ​ລາ​ມໍ​ລະ​ດົກ​ອີ​ສານ ໂດຍ ອ​ຈ ສະ​ວິງ ບຸນ​ເຈີມ ປ​ທ 9.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...