Wednesday, November 12, 2025
Kbank Laos โอน รับ จ่าย

ແຈ້ງ​ການ ຫ້າມລະດົມທຶນສົມທົບ ການສະຫລອງວັນກອງທັບ ຄົບຮອບ 70 ປີ

ຫ້ອງວ່າການສູນກາງພັກ ໄດ້ອອກແຈ້ງການໃນທົ່ວປະເທດ ບໍ່ໃຫ້ຈັດຕັ້ງລະດົມທຶນສົມ ທົບ ໃນຂະບວນການ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໂດຍປະຕິບັດຕາມແຈ້ງການເລກທີ 400/ຫສພ ລົງວັນທີ 20 ທັນວາ 2018 ແລະ ປະຕິບັດຕາມຈິດໃຈຊີ້ນຳ ຂອງກົມການເມືອງສູນກາງພັກ ກ່ຽວກັບການສະເຫລີມສະຫລອງວັນດັ່ງກ່າວ ແລະ ການຊີ້ນຳເພີ່ມເຕີມ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄັ້ງວັນທີ 19 ທັນວາ 2018.

ເນື່ອງຈາກສະພາບເສດຖະກິດ-ການເງິນ-ງົບປະມານ ຂອງປະເທດເຮົາຢູ່ໃນສະພາບທີ່ຫຍຸ້ງຍາກ ບວກກັບເກີດໄພພິບັດອັນໜັກໜ່ວງ. ສະນັ້ນ, ການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ແລະ ການສະເຫລີມສະຫລອງວັນສຳຄັນອື່ນໆ ຂອງພັກ, ຂອງຊາດ ໃຫ້ເນັ້ນດ້ານເນື້ອໃນເປັນຫລັກ, ບົນຈິດໃຈປະຢັດສູງສຸດ, ການໃຊ້ຈ່າຍເຂົ້າໃນການສະເຫລີມສະຫລອງ ແມ່ນບໍ່ເກີນຈຳນວນງົບປະມານທີ່ລັດຖະບານໄດ້ອະນຸມັດແລ້ວ ແລະ ບໍ່ໃຫ້ຈັດຕັ້ງການລະດົມທຶນສົມທົບຕື່ມອີກ. ຖ້າແຂວງໃດ ຫລື ການຈັດຕັ້ງຂັ້ນໃດ ຫາກໄດ້ມີການລະດົມການປະກອບສ່ວນຈາກສັງຄົມ ແມ່ນໃຫ້ແຈ້ງໂຈະການປະຕິບັດ, ສ່ວນເງິນທີ່ລະດົມໄດ້ແລ້ວ ກໍໃຫ້ສົ່ງຄືນເຂົາເຈົ້າ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.