Monday, February 17, 2025

ຍີ່ປຸ່ນໜູນເງິນ 2,4 ຕື້ກວ່າກີບ ​ເພື່ອສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ

ໃນວັນທີ 25 ທັນວາ 2018, ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາຊ່ວຍເຫລືອລ້າ ໂຄງ ການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກຳສ້າງລາຍຮັບສຳລັບຄົນພິການ ສະເພາະແມ່ນແມ່ຍິງພິການ ຢູ່ສປປ ລາວ ໂດຍການເຊັນສັນຍາລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຊຸມິ ຄຸໂບຕະ ຕາງໜ້າຈາກສະມາຄົມເພື່ອຊ່ວຍເຫລືອ ແລະ ບັນເທົາທຸກແຫ່ງປະເທດຍີ່ປຸ່ນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ. 

ໂຄງການດັ່ງກ່າວ, ເປັນການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 292.195 ໂດລາສະຫະລັດ ຫລື 2,4 ຕື້ກວ່າກີບ ເພື່ອສະໜັບສະໜູນການສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ, ເຊິ່ງໄລ ຍະໂຄງການແມ່ນ 2 ປີ ແລະ ການເຊັນສັນຍາຄັ້ງນີ້ ແມ່ນການສະໜັບສະໜູນທຶນປີທຳອິດ. ໂຄງການນີ້,ໄດ້ເສີມຂະຫຍາຍຄວາມເຂົ້າໃຈ ກ່ຽວກັບຄວາມພິການໃຫ້ຊຸມຊົນ ຜ່ານການຈັດກິດຈະກຳເສີມສ້າງ ຄວາມຮູ້ໃຫ້ປະຊາຊົນ ເພື່ອສ້າງໂອກາດໃຫ້ຜູ້ພິການ ໄດ້ຮ່ວມມືກັນສ້າງສະພາບແວດລ້ອມ ທີ່ທຸກຄົນເຂົ້າຮ່ວມໄດ້ ໂດຍບໍ່ມີການຈຳແນກ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.