ຕາມຂໍ້ມູນຈາກປຶ້ມ ປະຫວັດພຣະທາດເຈດີ ວັດສໍາຄັນ ແລະ ພຣະຄູຍອດແກ້ວວິໂພນສະເມັກ ຄົ້ນຄວ້າໂດຍ ບຸນເຮັງ ບົວສີແສງປະເສີດ ໄດ້ລະບຸໄວ້ວ່າ: ວັດເພຍວັດ ຫຼື ພະຍາວັດ ເປັນວັດເກົ່າແກ່ໃນນະຄອນຫຼວງວຽງຈັນ ເປັນວັດທີ່ມີສິລະປະ ແລະ ສະຖາປັດຕະຍາກຳລາວອັນລໍ້າຄ່າ ສະແດງໃຫ້ເຫັນເຖິງສີມືຊ່າງລາວໃນສະໄໝກ່ອນ ເຊິ່ງເຮົາຈະເຫັນໄດ້ຈາກຮູບລັກສະນະຂອງສິມ ລາຍແລະດອກດວງ ແລະ ພຣະພຸດທະຮູບຫຼາຍອົງ ຍັງເປັນຫຼັກຖານໃຫ້ຄົນຮຸ່ນຫຼັງເຫັນວ່າ ຄົນລາວໃນສະໄໝກ່ອນມີຄວາມສີວິໄລຫຼາຍ ໃນການສ້າງສາ ສິລະປະ ແລະ ສະຖາປັດຕະຍາກຳ ເຖິງແມ່ນວ່າ ວັດນີ້ ຈະຖືກທໍາລາຍຈາກສົງຄາມມາຫຼາຍຄັ້ງກໍ່ຕາມ
ບຸນຫໍ່ເຂົ້າສະຫລາກ ເປັນປະເພນີທີ່ສືບທອດກັນມາຊ້ານານ ຖືວ່າເປັນປາງບຸນໜຶ່ງ ເອີ້ນວ່າບຸນເດືອນສິບ ຫຼື ຮີດທີ 10 ເປັນປະເພນີທີ່ເຊື່ອວ່າ ເກີດຂື້ນ ໃນສະໄໝເຈົ້າສຸລິຍະວົງສາ ມີປະຫວັດຄວາມເປັນມາຕັ້ງແຕ່ສະໄໝພຸດທະການ ເຊິ່ງສະໄໝນັ້ນພະສົງສາມະເນນ ໃນສຳນັກຂອງພະພຸດທະເຈົ້າ ເວລາມີອຸບາສົກອຸບາສິກາ ມາເຮັດບຸນຖວາຍສັງຄະທານໃຫ້ແກ່ພະສົງສ່ວນໃຫຍ່ ເຊິ່ງຊາວພຸດກໍຢາກຖວາຍໃຫ້ແຕ່ພະພຸດທະເຈົ້າ ດ້ວຍເຫດນີ້ ພະພຸດທະອົງຈິ່ງອະນຸຍາດໃຫ້ມີການ ຈົກສະຫລາກເອົາໂດຍວິທີເຮັດກໍຄືໃຫ້ ພໍ່ອອກ-ແມ່ອອກ ຈົກເອົາຊື່ຂອງພະສົງ, ຖືກອົງໃດກໍເອົາເຄື່ອງໄປຖວາຍອົງນັ້ນ ສໍາລັບປີນີ້, ບຸນຫໍ່ເຂົ້າສະຫລາກກົງກັບ...
ວັນທີ
29 ຕຸລາ 2019 ໄດ້ມີພິທີຖະແຫຼ່ງຂ່າວການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ
ແລະ ງານວາງສະແດງສີນຄ້າ ປະຈໍາປີ 2019 ຂຶ້ນ ທີ່ເດີ່ນພະທາດຫຼວງ
ເຊິ່ງງານບຸນນະມັດສະການພະທາດຫຼວງ
ປະຈໍາປີ 2019 ຈະໄດ້ ຈັດຂຶ້ນແຕ່ວັນທີ 5-11 ພະຈິກ ໂດຍມີກໍານົດການດັ່ງນີ້:
ວັນທີ
5 ພະຈິກ 2019 ເວລາ 17:00 ພິທີເປີດງານວາງສະແດງສິນຄ້າ
ແລະ ສະຫຼຸບການປະຕິສັງຂອນພະທາດຫຼວງ ຄັ້ງທີ...
ການຂົນສົ່ງທາງອາກາດຂອງລາວໄດ້ກຳເນີດເກີດຂຶ້ນໃນຊຸມປີ 1960 ເປັນຕົ້ນມາ ເຊິ່ງພາກສ່ວນໜຶ່ງ ແມ່ນການບິນຂອງ ໍລະບອບເກົ່າສ້າງຂຶ້ນ ແລະ ອີກພາກສ່ວນໜຶ່ງແມ່ນການບິນຂອງແນວລາວຮັກຊາດ ເຊິ່ງພະນັກງານໄດ້ຮັບການກໍ່ສ້າງຢູ່ບັນດາປະເທດສັງຄົມນິຍົມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນ ປີ 1975 ຈຶ່ງໄດ້ເຕົ້າໂຮມເອົາພາຫະນະ ແລະ ພະນັກງານ ຂອງທັງ 2 ຝ່າຍເຂົ້າກັນ ແລະ ສ້າງຕັ້ງການບິນລາວ ຂຶ້ນໃນວັນທີ 19 ມັງກອນ 1976 ທີ່ ເປັນພາກສ່ວນໜຶ່ງຂອງກົມການບິນພົນລະເຮືອນ ແລະ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ. ໜ້າທີ່ຂອງການບິນລາວໃນໄລຍະນັ້ນແມ່ນຮັບໃຊ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ພົນລະເຮືອນທົ່ວໄປ. ເຮືອບິນທີ່ນຳໃຊ້ແມ່ນ ເຊ 123 (C-123) , ເຊ 47 (C-47), ເດເຊ 4 ( DC-4), ອ່ານ 2(AN-2), ມີ 8(MI-8), ອ່ານ 24 (AN-24) ແລະ ອ່ານ 26 (AN-26).