Saturday, July 19, 2025
Kbank Laos โอน รับ จ่าย

ບໍ່​ທຳ​ມະ​ດາ! ເສດຖະກິດໄຊຍະບູລີ ສືບຕໍ່ຂະຫຍາຍຕົວໃນລະດັບ 8,7%

ກອງປະຊຸມ ອົງການປົກຄອງ ແຂວງ ໄຊຍະບູລີ  ເປີດກວ້າງ ໄດ້ໄຂຂຶ້ນໃນທ້າຍ​ອາ​ທິດ​ຜ່ານ​ມານີ້, ໂດຍໄດ້ຊີ້ໃຫ້ເຫັນຜົນງານ 1 ປີຜ່ານມາ ແຂວງ ໄຊຍະບູລີ ໄດ້ເອົາໃຈໃສ່ປຸກລະດົມ, ຊຸກຍູ້ການ ຜະ ລິດເປັນ ສິນຄ້າຂອງປະ ຊາຊົນ  ແລະ ບັນດາຫົວໜ່ວຍທຸລະກິດດ້ານຕ່າງໆຢ່າງຕັ້ງໜ້າ ອັນເຮັດໃຫ້ເສດຖະກິດຂອງແຂວງ ໄຊຍະບູລີ ສືບຕໍ່ຂະຫຍາຕົວໃນລະດັບ 8,7%, ມູນຄ່າຜະລິດຕະພັນພາຍໃນ GDPບັນລຸ 9.555 ຕື້ກີບ, ສະເລ່ຍໃສ່ຫົວ ຄົນໄດ້ 3.012 ໂດລາສະຫະລັດ,  ເກັບລາຍຮັບເຂົ້າງົບປະມານໄດ້ 883 ຕື້ກີບ,  ເທົ່າກັບ 96,44% ຂອງແຜນການປີ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ  ໄຊຍະບູລີ ກ່າວວ່າ: ໂດຍລວມແລ້ວການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018  ແມ່ນໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ຊົນນະບົດ,  ແກ້ໄຂຄວາມທຸກຍາກ ແລະ ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ຕິດພັນກັບການສ້າງບ້ານພັດທະນາ. ປະຕິບັດໂຄງການລົງຂອງລັດມີທັງໝົດ 340 ໂຄງການ, ໄດ້ຮັບເພດານທຶນທັງໝົດ 58,16 ຕື້ກີບ, ໃນນັ້ນທຶນພາຍໃນ 56 ຕື້ກີບ, ທຶນຕ່າງປະເທດ 2,16 ຕື້ກີບ,  ສາມາດປະຕິບັດໄດ້ 100 %,  ທົ່ວແຂວງສາມາດລະດົມເງິນຝາກໄດ້ທັງໝົດ 1.701,2 ຕື້ກີບ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 43 %, ເນື້ອທີ່ເກັບກ່ຽວເຂົ້າທັງໝົດ 45.106 ກວ່າເຮັກຕາ, ຜົນຜະລິດໄດ້ 181.303 ກວ່າໂຕນ, ເທົ່າກັບ 90,65 % ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ 11.749 ໂຕນ, ສາເຫດຫຼຸດລົງຍ້ອນ ມີການສ້ອມແປງຊົນລະປະທານ ແລະ ການລະບາດຂອງສັດຕູພືດ, ນອກນີ້ຍັງໄດ້ປູກພືດເປັນສິນຄ້າ ປະຕິບັດໄດ້ 107.971 ກວ່າເຮັກຕາ, ເທົ່າກັບ 95,56 % ຂອງແຜນການປີ, ທຽບໃສ່ປີຜ່ານມາ ຫຼຸດລົງ ເກືອບ 100 ເຮັກຕາ,  ຜົນຜະລິດໄດ້ທັງໝົດ 1 ລ້ານກວ່າໂຕນ.

ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດ-ຄຳເຫັນໃສ່ຮ່າງນິຕິກຳ ໃຕ້ກົດໝາຍໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ກອງທຶນພັດທະນາກະສິກໍາຍືນຍົງ  ແລະ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ  ເພື່ອ ນຳສະເໜີສະພາປະຊາຊົນແຂວງຮັບຮອງເຊັ່ນ:ຮ່າງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນຄວບ ຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນພັດທະນາກະສິກຳຍືນຍົງ, ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ພັດທະ ນາສວນ ອຸທິຍານພຶກ ສາສາດຜາຊ້າງ-ຜາຂີ້ໝິ້ນ  ແຂວງໄຊຍະບູລີ.

ທີ່​ມາ: ຂ​ປ​ລ

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.