Tuesday, March 25, 2025

ວິ​ທີເບິ່ງ​ເນື້ອ​ຄູ່ ​ປີ 2019

        ຖ້າ​ຢາກ​ຮູ້​ວ່າ ເນື້ອ​ຄູ່​ຂອງ​ເຈົ້າ​ຊິ​ເປັນ​ຄົນ​ແບບ​ໃດ? ຢູ່​ທິດ​ທາງ​ໃດ? ມີ​ນິດ​ໄສ​ແບບ​ໃດ? ໃຫ້​ເອົາ​ວັນ​ເກີດ​ຂອງ​ເຈົ້າຕັ້ງ, ເອົາ​ເດືອນ​ເກີດ​ຄູນ ແລະ​ເອົາ​ປີ​ເກີດບວກ ເອົາ 7 ຫານ ໄດ້​ຜົນ​ອອກ​ທໍ່​ໃດ? ໃຫ້​ທາຍ​ຕາມ​ເສດນັ້ນໆ​ດັ່ງ​ນີ້:

        ເສດ 1 ເນື້ອ​ຄູ່​ຢູ່​ທາງ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫຼື​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຜິວ​ກາຍ​ດຳ​ແດງ, ຮູບ​ຮ່າງ​ສັນ​ທັດ​ ເປັນ​ລູກກ່ຳ​ພ້າ, ເຈົ້​າ​ລະ​ບຽບ.

        ເສດ 2 ເນື້ອ​ຄູ່ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຫຼື​ຕາ​ເວັນ​ຕົກ ຜິວ​ຂາວ, ເວົ້າ​ຈາ​ໜ້າ​ຮັກ, ຊື່​ສັດ ຄົນ​ທົ່ວ​ໄປ​ນັບ​ຖື.

        ເສດ 3 ເນື້ອ​ຄູ່ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຫຼື​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ຮູບ​ຮ່າງ​ສູງ​ໃຫຍ່, ມີ​ໄຝ​ດຳ​ທີ່​ຄີ້ວ ຫຼື​ມີ​ແປ້ວ​ທີ່​ນົມ​ເບື້ອງ​ຂວາ, ມີ​ຄວາ​ມ​ຮູ້​ດີ ບາງ​ເທື່ອ​ອາດ​ຈະ​ເປັນ​ໝ້າຍ​ກໍ​ໄດ້.

        ເສດ 4 ເນື້ອ​ຄູ່​ຢູ່​ທາງ​ທິດ​ເໜືອ ຫຼື​ທິດ​ໃຕ້ ຜິວ​ຂາວ​ເຫຼືອງ​ຮ່າງ​ໃຫຍ່, ນິ​ດ​ໄສ​ຮ້າຍ, ເວົ້າ​ຕາ​ນັກ​ເລງ ແຕ່​ເປັນ​ຄົນ​ດີມີ​ສົມ​ບັດ.

        ເສດ 5 ເນື້ອ​ຄູ່​ຢູ່​ທາງ​ທິ​ດ​ໃຕ້ ຫຼື​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ຜິວ​ກາຍ​ດຳ​ແດງ ເປັນ​ສາວ ຫຼື​ບ່າວ​ເຖົ້າ ໜ້າ​ຕາ​ດີ ແຕ່​ຂີ້​ຄ້ານ ມີ​ຄວາມ​ຮູ້​ດີ ຕົ້ນໆ​ບໍ່​ດີ ແຕ່​ພາຍ​ຫຼັງ​ຈະ​ດີ.

        ເສດ 6 ເນື້ອ​ຄູ່​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ ຫຼື​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຜິວ​ກາຍ​ຂາວ​ເຫຼືອງ, ເວົ້າ​ຈາ​ໜ້າ​ຮັກ, ໝັ່ນ​ເຮັດ​ວຽກ, ມີ​ຊັບ​ສົມ​ບັດ ແຕ່​ໃຈ​ນ້ອຍ ບໍ່​ຄ່ອຍ​ມີ​ຄວາມ​ອົດ​ທົນ​ເທົ່າ​ໃດ?.

        ເສດ 7 ເນື້ອ​ຄູ່​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫຼື​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ຮູບ​ຮ່າງ​ໃຫຍ່, ຜິວ​ກາຍ​ຂ້ອນ​ຂ້າງ​ຈະ​ດຳ, ໜ້າ​ຕາ​ຄົມ​ເຂັ້ມ, ປາກ​ຈັດ, ​ເຈົ້​າ​ຊູ້, ຊັບ​ສິນ​ເກັບ​ບໍ່​ຄ່ອຍ​ຢູ່​ຕອນ​ແກ່​ໂຕ​ຈຶ່ງ​ຈະ​ດີ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.