ຢາກ​ໃຫ້​ທາງ​ການ​ລົງ​ມາ​ກວດ​ແກ້ ເລື່ອງ​ເຈົ້າ​ໜ້າ​ທີ່​ດ່ານ ເກັບ​ເງິນ​ຄ່າ​ຂຽນ​ຟອມ​ຜ່ານ​ດ່ານ

ຈາກ​ເພ​ຈ ເຟ​ສ​ບຸກ​ທີ່​ຊື່ ບ້ານຍາງໂພສີ ນະຄອນໄກສອນພົມວິຫານ ສະຫວັນນະເຂດ ໄດ້​ໃຫ້​ຂໍ້​ມູນ​ວ່າ:

“ຢາກໃຫ້ທາງພາກລັດ ລົງມາກວດກາ ຫລື ສືບດ້ວຍຕົນເອງ ກ່ຽວກັບ ການຈ້ຳປັດສະປໍຢູ່ດ່ານທ່າເຮືອສະຫວັນ~ມຸກດາຫານ. ເລື່ອງມີຢູ່ວ່າ ເວລາໄປຍື່ນບັດ ເຮົາຂໍຟອມມາຂຽນເອງ ,ເພິ່ນມີແຕ່ວ່າແບບຟອມບໍ່ພໍ(ທີ່ຈິງເຮົາກະຂຽນເອງໄດ້ ທັງພາສາອັງກິດແລະ ລາວ. ແຕ່ເພິ່ນຢາກໄດ້ຄ່າຂຽນ ທີ່ຈິງຄວນຖາມເຮົາກ່ອນວ່າຂຽນເອງບໍ) ແລະ ມັນຈຳເປັນບໍຕ້ອງໃຫ້ຄົນລາວມາຂຽນເປັນພາສາອັງກິດ ເພາະວ່າ ຄົນໄທ ເວລາໄປບ້ານເຂົາໆ ກະຂຽນເປັນພາສາໄທ. ຫລັງຈາກເຈົ້າໜ້າທີ່ຂຽນ ແລະ ຈ້ຳແລ້ວ ກະບອກເລີຍວ່າ 20000 ກີບ ບາງຄົນ 100 ບາດ. ຂາກັບກະຄືກັນ.ຢາກໃຫ້ປັບຄືດ່ານຂົວມິດຕະພາບ ຊິໄດ້ບໍ ຄືຕອນມາບໍ່ຕ້ອງຈ່າຍຫຍັງເພີ່ມອີກ. ອັນນີ້ລະ ໄປຢ້ຽມພີ່ນ້ອງຊື່ໆ ກະເສຍໄປແລ້ວ 130000 ກີບ. “

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.