ສົບ ຄື​ຄົນ​ທີ່​ຕາຍ ມີ​ນ້ຳ​ເຫຼືອງ​ໄຫຼຍ້ອຍ​ອອກ​ມາ

        ຜີ ຄືຄວາມ​ຊົ່ວ, ກິ​ເລດ​ທັງ​ຫຼາຍ ແລະ​ອະ​ບາຍ​ຍະ​ມຸກ​ເປັນ​ຕົ້ນ.

ອະບາຍຍະມຸກ ຄື ຜີ​ທີ່​ສິງ​ຢູ່​ໃນ​ເຮືອນ​ຮ່າງ​ຂອງ​ມະ​ນຸດນັ້ນ​ເອງ ມີ​ແຕ່​ຈະ​ນຳ​ຄວາມ​ພິ​ນາ​ດ​ມາ​ໃຫ້ ອະ​ບາຍ​ຍະ​ມຸກ​ເປັນ​ປາກ​ທາງ​ແຫ່ງ​ຄວາມ​ຈິບ​ຫາຍ​ວາຍວອດ, ເປັນ​ປາກ​ທາງ​ແຫ່ງ​ຄວາມ​ເສື່ອມ ແລະ​ເປັນ​ປາກ​ທາງ​ແຫ່ງ​ຄວາມ​ຫາ​ຍະ​ນະ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຜີຕົວທີ່ 1 ມັກ​ກິນ​ເຫຼົ້າ​ເປັນ​ນິດ​ໄສ ບໍ່​ມັກ​ກິນ​ເຂົ້າ​ປາ​ເປັນ​ອາ​ຫານ.

ຜີຕົວທີ່ 2 ມັກ​ທ່ຽວ​ກາງ​ຄືນ ບໍ່​ຮັກ​ລູກ​ຮັກ​ເມຍ ແລະ​ຮັກ​ຄົນ​ໃກ້​ຊິດ.

ຜີຕົວທີ່ 3 ມັກ​ທ່ຽວ​ໜ້າ​ຮ້ານ ປາ​ກົດ​ໂຕ​ຢູ່​ທຸກວົງ​ດົນ​ຕີ ແລະ​ຕາມ​ຜັບ​ບາ.

ຜີຕົວທີ່ 4 ຄົບ​ຄົນ​ຊົ່ວ​ມົ້ວ​ກັບ​ໂຈນ ໜີບໍ່​ພົ້ນ​ຄຸກ​ຕະ​ລາງ

ຜີຕົວທີ່ 5 ມັກ​ຫຼິ້ນ​ການ​ພະ​ນັນ ​ເປັນ​ຕົ້ນ ເບ້ຍ, ເຈ້​ຍໄພ້,ຕີ​ໄກ່, ໄຮ​ໂລ…

ຜີຕົວທີ່ 6 ຂີ້​ຄ້ານ​ໃນ​ການ​ເຮັດ​ຢູ່​ທຳ​ກິນ ມີ​ທັງ​ໜີ້​ສິນ ແລະ​ຄວາມ​ທຸກ​ຍາກ.

        ຖ້າ​ຄົນລາວບໍ່​ມີ 6 ສິ່ງນີ້, ​ຈະ​ເລີນ, ກ້າວ​ໜ້າ ຮຸ່ງ​ເຮືອງ​ແນ່ນອນ.

Hits: 20

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້