ສາລະວັນ ພ້ອມເລັ່ງປັບປຸງແກ້ໄຂ ເອື້ອອຳນວຍແກ່ນັກທ່ອງທ່ຽວ

ທ່ານ ສົມໃຈ ອຸ່ນຈິດ  ຫົວຫນ້າພະແນກຖະແຫລງຂ່າວ  ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ  ໃຫ້ສຳພາດຕໍ່ນັກຂ່າວ ໃນບໍ່​ດົນ​ມານີ້ວ່າ:  ຜ່ານມາອົງການປົກຄອງແຂວງ  ໄດ້ຖືສຳຄັນການພັດທະ ນາແຫລ່ງ ທ່ອງທ່ຽວ  ທີ່ເປັນບູລິມະສິດຂອງແຂວງ ໂດຍດຶງເອົາພາກທຸລະກິດ  ແລະ ປະຊາຊົນເຂົ້າມາມີສ່ວນ ຮ່ວມ.  ພ້ອມທັງ ໄດ້ແກ້ໄຂບັນຫາການເຂົ້າ-ອອກເມືອງຂອງນັກທ່ອງທ່ຽວ  ໃຫ້ມີຄວາມສະດວກສະ ບາຍ  ແລະ ຄ່ອງຕົວ, ເອົາໃຈໃສ່ຄຸ້ມ ຄອງລາ ຄາ  ແລະ ປັບປຸງຂອດບໍລິການຂອງຜູ້ປະກອບການໂຮງ ແຮມ,  ເຮືອນພັກ, ຮ້ານອາຫານໃຫ້ເຫມາະສົມ  ແລະ ປະທັບໃຈນັກທ່ອງທ່ຽວ.

ການພັດທະນາວຽກງານທ່ອງທ່ຽວ  ຢູ່ແຂວງສາລະວັນ ປັດຈຸບັນ  ມີສະຖານທີ່ທ່ອງທ່ຽວທັງ ໝົດ 96 ແຫ່ງ  ໃນນັ້ນ, ເປັນສະຖານທີ່ທ່ອງທ່ຽວທຳມະຊາດ  53 ແຫ່ງ, ວັດທະນະທຳ 37 ແຫ່ງ  ແລະ ປະຫວັດສາດ 6 ແຫ່ງ ເຊັ່ນ:  ຕາດເລາະ, ຕາດຮັງ ແລະ ອຸທິຍານພູຜາສຸກ  ເປັນສຳຄັນ ເພື່ອດຶງດູດນັກທ່ອງ ທ່ຽວ  ໃຫ້ເຂົ້າມາທ່ຽວພາຍໃນແຂວງນັບມື້ຫລາຍຂຶ້ນ,  ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຄຸ້ມຄອງລາຄາສິນ ຄ້າ  ຢູ່ຕາມທ້ອງຕະຫລາດບໍ່ໃຫ້ເຫນັງຕີງ  ເຊິ່ງເປັນການເອົາປຽບ ນັກທ່ອງ ທ່ຽວ.  ພ້ອມທັງປຸກລະດົມຊຸກຍູ້ ແລະ ສົ່ງເສີມ ໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມພັດທະນາແຫລ່ງທ່ອງທ່ຽວຕ່າງໆ ໃຫ້ດີຂື້ນ. ສ່ວນສະຖານ  ທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ໃນປັດຈຸບັນ ແມ່ນນ້ຳຕົກຕາດເລາະ ແລະ ຕາດຮັງ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...