Monday, November 17, 2025
Kbank Laos โอน รับ จ่าย

ສຸດຍອດ! ບ້ານ​ຊົມ​ຊື່ນ ເມືອງ​ບໍ​ລິ​ຄັນ ຜະ​ລິດນ້ຳ​ອ້ອຍ​ກ້ອນ ​ໄດ້​ກາ​ເຄື່ອງ​ໝາຍ​ໂອ​ດ໋ອບ

ໃນວັນທີ 7 ມັງ​ກອນ 2019 ທີ່ສະໂມສອນບ້ານ​ຊົມ​ຊື່ນ ເມືອງບໍ​ລິ​ຄັນ ໄດ້ຈັດພິທີປະກາດເປີດປ້າຍກາໝາຍສິນຄ້າ ກຸ່ມນ້ຳ​ອ້ອຍ​ກ້ອນ ບ້ານ​ຊົມ​ຊື່ນ ເມືອງບໍ​ລິ​ຄັນ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັກ​ສົມ​ດີ ວົງ​ສາ​ວັນ​ດີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ທ່ານ ສະ​ຫວນ ສະ​ຫວ່າງ ຮອງເຈົ້າເມືອງບໍ​ລິ​ຄັນ, ມີບັນ​ດາຄະ​ນະ​ກຳ​ມະ​ການ​ຄັດ​ເລືອກ​ໂອ​ດັອບ​ຂັ້ນ​ແຂວງ-ເມືອງ ພ້ອມດ້ວຍແຂກຖືກເຊີນ ແລະ ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ການຈັດຕັ້ງວຽກງານສົ່ງເສີມການຜະລິດເປັນສິນຄ້າ ເປັນວຽກງານໜຶ່ງ ທີ່ມີຄວາມສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ເປັນພື້ນຖານໂຄງລ່າງຂອງແຂວງ ທັງນັ້ນເພື່ອນໍາເອົາວຽກງານສົ່ງເສີມການຜະລິດເປັນສິນຄ້າ ລົງຊຸກຍູ້ຕິດພັນກັບວຽກງານສາມສ້າງ ໂດຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ ເພື່ອເຮັດໃຫ້ໄດ້ແນວນັ້ນ ຈຶ່ງແນໃສ່ກຸ່ມການຜະລິດຫົວໜ່ວຍທຸລະກິດ, ກຸ່ມຜູ້ປະກອບການທີ່ມີທ່າແຮງຢູ່ທ້ອງຖິ່ນ ຂັ້ນບ້ານ, ເມືອງ ໃຫ້ໄດ້ໃຊ້ຫົວຄິດປະດິດສ້າງ ມູນເຊື້ອສືບທອດແຕ່ປູຍ່າຕາຍາຍເປັນທ່າແຮງ ທັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ພໍ່ແມ່ປະຊາຊົນ, ສ້າງເສດຖະກິດຢູ່ທ້ອງຖິ່ນໃຫ້ເຂັ້ມແຂງ, ເຊິ່ງປັດຈຸບັນທົ່ວແຂວງມີ 13 ຫົວໜ່ວຍຜະລິດຕະພັນ ເປັນສິນຄ້າໂອດັອບທີ່ໄດ້ຮັບການນໍາໃຊ້ກາໝາຍໂອດັອບແຫ່ງຊາດແລ້ວ 7 ຫົວໜ່ວຍ ແລະກຸ່ມ​ນ້ຳ​ອ້ອຍ​ກ້ອນ ​ກາ​ໜຶ່ງດວງ​ໃຈ ບ້ານ​ຊົມ​ຊື່ນ ​ເມືອງບໍ​ລິ​ຄັນ ແມ່ນ​ເປັນ​ຫົວ​ໜ່ວຍ​ທີ່ 8.

ທ່ານ ຄຳ​ສະ​ຫວາດ ລາດ​ບັນ​ດິດ ຫົວ​ໜ້າ​ກຸ່ມຜະ​ລິດ​ນ້ຳ​ອ້ອຍ​ກ້ອນ ບ້ານ​ຊົມ​ຊື່ນ​ໃຫ້​ຮູ້​​ວ່າ​: ບ້ານ ​ຊົມ​ຊື່ນ ແມ່ນມີ​ເງື່ອນ​ໄຂຫຼາຍ​ຢ່າງ​ໃນ​ການ​ດຳ​ລົງ​ຊີ​ວິດ​ໃນ​ຮູບ​ແບບຊາວ​ກະ​ສິ​ກອນ ເພາະ​ວ່າ​ພູມ​ສັນ​ຖານ​ສອງ​ຝັ່ງ​ແມ່​ນ້ຳ​ງຽບ​ລ້ວນ​ແຕ່​ເປັນ​ດິນ​ຮາມ​ພຽງ ແລະອຸ​ດົມ​ສົມ​ບູນ ເໝາະ​ແກ່​ການ​ປູກ​ຝັງ ແລະລ້ຽງ​ສັດ ສະ​ນັ້ນ​ປະ​ຊາ​ຊົນ​ສ່ວນຫຼາຍ​ຈຶ່ງຍືດຖືອາຊີບເປັນຊາວກະສິກອນເຊັ່ນ: ​ປູກກ້ວຍ, ອ້ອຍ, ສາ​ລີ ແລະອື່ນ​ໆ. ນອກ​ນັ້ນ​ການ​ປູກ​ອ້ອຍ​​ຂອງພໍ່​ແມ່​ປະ​ຊາ​ຊົນ​ນອກຈາກ​ຜະ​ລິດ​ເປັນ​ນ້ຳ​ອ້ອຍແລ້ວ ຍັງໄດ້ມີການປັບປຸງ​ເປັນ​ນ້ຳ​ອ້ອຍ​ກ້ອນ​ສົ່ງ​ຂາຍ​ຕາມ​ທ່ອງ​ຕະຫຼາດ, ຈາກນັ້ນຫຼາຍ​ປີ​ຕໍ່​ມາ​ເຫັນ​ວ່າ​ໄດ້​ຂາຍຫຼາຍ​ຂຶ້ນ​ທຸກ​ປີ​ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ສ່ວນຫຼາຍ​ຫັນ​ມາ​ປູກ​ອ້ອຍເປັນອາຊີບຫຼັກ ແລະເຮັດເປັນ​ນ້ຳ​ອ້ອຍ​ກ້ອນ​ຂາຍ​ມີ​ລາຍ​ໄດ້​ດີ​ເຮັດ​ໃຫ້​ເສດ​ຖະ​ກິດ​ຄອບ​ຄົວ​ມີຢູ່ມີກິນ ສາມາດຫຼຸດພຸ້ນອອກຈາກຄວາມ​ທຸກ​ຍາກໄດ້ຢ່າງ​ຖາ​ວອນ, ມາຮອດ​ປະ​ຈຸ​ບັນ​ໃນ​ກຸ່ມ​ຜະ​ລິດ​ນ້ຳ​ອ້ອຍ​ກ້ອນ​ມີ 18 ຄອບຄົວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.