Saturday, November 15, 2025
Kbank Laos โอน รับ จ่าย

ເຊີນ​ຊວນ​ຄົນ​ມັກ​ຊິມ! ​ງານເທ​ສະ​ການ​ອາ​ຫານ​ລາວຈະ​ເລີ່ມ 23 ມັງ​ກອນນີ້!

​ພິ​ທີ​ຖະ​ແຫຼງ​ຂ່າວ​ງານ​ເທ​ສະ​ການ​ອາ​ຫານ​ລາວປະ​ຈຳ​ປີ 2019, ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 23-26 ມັງ​ກອນ, ​ຢູ່​ເດີ່ນ​ສວນ​ເຈົ້າ​ອານຸວົງບໍ​ລິ​ເວນ​ແຄມ​ຂອງ (ຕໍ່​ໜ້າດ​ຈັນ), ເມືອງ​ຈັນ​ທະ​ບູ​ລີນະ​ຄອນຫຼວງວຽງ​ຈັນ, ໄດ້ຈັດຂຶ້ນ ທີ່​ສ​ະ​ພາ​ການ​ຄ້າແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງຈັນ​ທະ​ຈອນວົງ​ໄຊປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ແມ່​ຍິງ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ, ທ່ານ​ນາງບົວ​ຈັນສີ​ຫາ​ນາດຮອງ​ປະ​ທານ​ສູນ​ກາງ​ສະ​ຫ​ະ​ພັນ​ແມ່​ຍິງ​ລາວ, ທ່ານ​ນາງແສງ​ແກ້ວພຸດ​ທະ​ວົງຮອງ​ຫົວ​ໜ້າ​ພະ​ແນກ​ຄຸ້ມ​ຄອງກອງ​ທຶນ​ສົ່ງ​ເສີມ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ, ທ່ານດາ​ວອນຈັນ​ທະ​ວົງຮອງ​ປະ​ທານ​ສະ​ພາ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ, ທ່ານ​ຈັນ​ສະ​ໝອນຜອງ​ຈັນ​ທາຫົວ​ໜ້າ​ຝ່າຍ​ການ​ຕະຫຼາດ​ບໍ​ລິ​ສັດ​ເບຍ​ລາວ.

      ທ່າ​ນນາງຈັນ​ທະ​ຈອນວົງ​ໄຊກ່າວ​ວ່າ: ງານ​ເທ​ສະ​ການ​ອາ​ຫານ​ລາວ​ປີ 2019 ນີ້​ແມ່ນ​ເພື່ອສືບ​ຕໍ່​ຊຸກ​ຍູ້ແລະ​ສົ່ງ​ເສີມ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຂອງ​ແມ່​ຍິງນັບ​ທັງ​ການ​ຜະ​ລິດ, ການ​ປູກ​ພືດ​ກະ​ສິ​ກຳ, ລ້ຽງ​ສັດ, ປຸງ​ແຕ່ງ, ທຸ​ລະ​ກິດ​ຮ້ານ​ອາ​ຫານການ​ຮງ​ແຮມແລະ​ອື່ນໆທັງ​ຢູ່​ນະ​ຄອນຫຼວງວຽງ​ຈັນແລະທ້ອງ​ຖິ່ນ, ຕ່າງ​ແຂວງ​ໃຫ້​ໄດ້​ມີ​ໂອ​ກາດ​ມາ​ວາງ​ສະ​ແດງແລະ​ຂາຍ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ​ຍັງ​ເປັນ​ການ​ສ້າງ​ໂອກ​າດ​ໃຫ້​ຜູ້​ປະ​ກອບ​ການ​ແມ່​ຍິງ​ທັງ​ຫຼາຍ​ມີ​ໂອ​ກາດ​ໄດ້​ແລກ​ປ່ຽນບົດ​ຮຽນ, ປະ​ສົບ​ການໃນ​ການ​ພັດ​ທະ​ນາ​ຜົນ​ຜະ​ລິດ​ຂອງ​ຕົນ​ໃຫ້​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ໃນ​ຍຸກ​ປະ​ຈຸ​ບັນ, ທັງປຸກລະ​ດົມ​ໃຫ້​ຜ​ຜູ້​ປະ​ກອບ​ການ​ແມ່​ຍິງ​ມີ​ຄວາມ​ຄິດ​ແບບ​ໃໝ່​ໃນ​ການ​ຜະ​ລິດ​ເປັນ​ສິນ​ຄ້າແລະ​ສາ​ມາດ​ຂາຍ​ອອກ​ສູ່​ຕະຫຼາດ​ສາ​ກົນ, ເປັນ​ການ​ສ້າງ​ເຄືອ​ຂ່າຍ​ການ​ຄ້າ​ຢ່າງກວ້າງ​ຂວາງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດແລະ​ເພື່ອ​ເປັນການ​ໂຄ​ສະ​ນາ​ເຜີຍ​ແຜ່​ອາ​ຫານ​ພື້ນ​ເມືອງ​ແບບ​ລາວໆຈາກ​ຜະ​ລິດ​ຕະ​ພັນ​ປອດ​ສານ​ພິດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ.

      ສຳ​ລັບງານ​ໃນ​ຄັ້ງ​ນີ້​ມີ​ຮ້ານ​ມາວາງ​ສະ​ແດງ​ທັງ​ໝົດ 180 ຮ້ານ, ໃນ​ນັ້ນເປັນ​ຮ້ານ​ຂອງ​ຜູ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທັງ​ໝົດ 32 ຮ້ານ, ຮ້ານ​ສຳ​ລັບ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຂອງ​ແມ່​ຍິງ​ຈາກ​ພາຍ​ໃນແລະ​ຕ່າງ​ປະ​ເທດ​ທົ່ວ​ໄປ​ມີ 148 ຮ້ານ, ສະ​ເພາະ 180 ຮ້ານນັ້ນປະ​ກອບ​ມີຮ້ານ​ອາ​ຫານ 140 ຮ້ານ, ຮ້ານ​ຫັດ​ຖະ​ກຳ, ກະ​ສິ​ກຳ 20 ຮ້ານ, ຈາກ​ປະ​ເທດ​ອາ​ຊຽນແລະ​ສະ​ຖານ​ທູດ​ຕ່າງ​ໆ 2 ຮ້ານແລະ​ຈາກ​ເຄືອ​ຂ່າຍ​ໜຶ່ງ​ຕຳ​ບົນ-ໜຶ່ງ​ຜະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​ເພື່ອນ​ບ້ານ (ໄທ) 18 ຮ້ານ, ຊຶ່ງ​ປີນີ້ແມ່ນ​ຈະ​ມີຫຼາຍ​ຢ່າງ​ທີ່​ພິ​ເສດໂດຍ​ສະ​ເພາະອາ​ຫານ​ເອ​ກະ​ລັກ​ຂອງ​ພາກ​ເໜືອ, ພາກ​ກາງແລະ​ພາກ​ໃຕ້ມາ​ຮ່ວມ​ວາງ​ສະ​ແດງແລະ​ຂາຍ, ນອກນັ້ນຍັງ​ມີ​ບໍ​ລິ​ການກວດ​ສຸ​ຂະ​ພາບ​ຟີ, ຝຶກ​ອົບ​ຮົມ​ວິ​ທີ​ເຮັດ​ເຂົ້າ​ໜົມ, ສາ​ທິດ​ປຸງ​ແຕ່ງ​ອາ​ຫານ​ພື້ນ​ເມືອງ​ລາວແລະ​ການ​ແບ່ງ​ປັນ​ຄວາມ​ຮູ້​ກ່ຽວ​ກັບ​ການ​ລິ​ເລີ່ມ​ເຮັດ​ທຸ​ລະ​ກິດ​ຈາກ​ເຈົ້າ​ຂອງ​ຮ້ານ​ອາ​ຫານ​ແຊບ​ອີຫຼີອີກ​ດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.