ຖ້າ​ເຈົ້າ​ເປັນ​ຄົນ​ລາວ ແລ້ວ​ເຈົ້າ​ບໍ່​ເຄີຍ​ໄປ​ທ່ຽວ​ບຸນ​ຊ້າງ ຢູ່​ແຂວງ​ໄຊ​ຍະ​ບູ​ລີ ຖື​ວ່າ ເຈົ້າ​ຍັງ​ບໍ່​ຮູ້​ຈັກ​ອະ​ນາ​ຈັກ​ລາວ​ລ້ານ​ຊ້າງ​ຢ່າງ​ພຽງ​ພໍ​ເລີຍ!.

ແລະ​ມື້ນີ້, ແອັດ​ຈ​ະພາ​ໄປ​ຮູ້​ຈັກທີ່​ມາ​ຂອງ​ບຸນ​ຊ້າງ ວ່າ​ຈັດ​ມາ​ຈັກ​ເທື່ອແ​ລ້ວ!

ງານມະຫະກຳບຸນຊ້າງ ປະຈຳປີ 2019 ນີ້, ຈະ​ຈັດ​ຂຶ້ນ​ກາງ​ເດືອນ​ກຸມ​ພາ ລະ​ຫວ່າງ 23-28/2/2019 ຖ້າ​ນັບ​ກໍເປັນຄັ້ງທີ່ 13 ເຊິ່ງມີປະຫວັດການຈັດມາຕາມເມືອງຕ່າງໆດັ່ງນີ້:
ຄັ້ງທີ່ 1 ຈັດຂຶ້ນທີ່ ເມືອງປາກລາຍ ເມື່ອປີ 2007.
ຄັ້ງທີ່ 2 ຈັດຂຶ້ນທີ່ ເມືອງຫົງສາ ເມືອປີ 2008.
ຄັ້ງທີ່ 3 ຈັດຂຶ້ນທີ່ ເມືອງໄຊຍະບູລີ ເມື່ອປີ 2009.
ຄັ້ງທີ່ 4 ຈັດຂຶ້ນທີ່ ເມືອງຫົງສາ ເມືອປີ 2010.
ຄັ້ງທີ່ 5 ຈັດຂຶ້ນທີ່ ເມືອງປາກລາຍ ເມື່ອປີ 2011.
ຄັ້ງທີ່ 6 ຈັດຂຶ້ນທີ່ ເມືອງໄຊຍະບູລີ ເມືອປີ 2012.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈາກຄັ້ງທີ່ 6 ເປັນຕົ້ນມາ ເມືອງໄຊຍະບູລີກໍ່ ໄດ້ເປັນເມືອງເຊິ່ງເປັນຕົວແທນຂອງແຂວງຈັດງານມະຫະກຳບຸນຊ້າງຕະຫລອດມາທຸກໆປີ ຈົນຮອດປະຈຸບັນນີ້ ກໍ່ເນື່ອງຈາກວ່າ ມີຄວາມພ້ອມດ້ານສະຖານທີ່ ແລະສິງອຳນວຍຄວາມສຳດວກຕ່າງໆ ໃຫ້ແກ່ຊ້າງ ຜູ້ຄົນທີ່ມາທ່ຽວເບິ່ງ

ດັ່ງນັ້ນຈຶ່ງເປັນປະເພນີບຸນປາງໃຫຍ່ຂອງແຂວງໄຊຍະບູລີ ທີ່ມີຊ້າງມາໂຮມໂຕກັນແບບນີ້ ເຊິ່ງເປັນສິ່ງດຶງດຸດ ເປັນສິ່ງເອກອ້າງ ແລະສ້າງຊື່ສຽງໃຫ້ແຂວງໄຊຍະບູລີ ກໍ່ຄືປະເທດລາວເຮົາ ແລະຈະສຶບເປັນປະເພນີ ທີ່ມີການຈັດຂຶ້ນທຸກໆກາງເດືອນກຸມພາ ຂອງທຸກໆປີ ຕະຫລອດໄປ.

ແລະ​ໃນ​ງານນີ້,

ການບາສີສູ່ຂວັນຊ້າງ ເປັນກິດຈະກຳທີ່ສະແດງເຖິງວັດທະນະທຳທີ່ເປັນເອກະລັກ ເຊິ່ງຕິດພັນກັບການດຳລົງຊີວິດຂອງປະຊາຊົນຕັ້ງແຕ່ອາດີດຈົນເຖິງປັດຈຸບັນ, ປະຊາຊົນຜູ້ລ້ຽງຊ້າງຖືວ່າຊ້າງເປັນສະມາຊິກໃນຄອບ ຄົວ ເຊິ່ງເປັນທີ່ມາຂອງການບາສີສູ່ຂວັນຊ້າງ ເພື່ອເປັນການຂໍຄະມາ ພາຍຫຼັງທີ່ໄດ້ໃຊ້ແຮງງານຊ້າງ ເພື່ອໃຫ້ຊ້າງມີອາຍຸໝັ້ນຂວັນຍືນ.

Hits: 1144

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້