ໃນອາທິດຜ່ານມາ, ອົງການປົກຄອງ ແຂວງຄຳມ່ວນ  ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018  ເຊິ່ງໄດ້ຊີ້ໃຫ້ເຫັນສະພາບລວມ  ຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການ ເມືອງຢ່າງໜັກແໜ້ນ,  ສັງຄົມມີຄວາມສະຫງົບ  ແລະ ຄວາມເປັນລະບຽບຮຽບ ຮ້ອຍ,  ເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໄປຕາມທິດຫັນເປັນອຸດສາຫະກຳ  ແລະ ທັນສະໄໝ, ພື້ນຖານໂຄງລ່າງເສດຖະກິດ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ພື້ນຖານກະສິກຳ  ແລະ ປ່າໄມ້ ໄດ້ຮັບການພັດທະນາໄປສູ່ບາດກ້າວໃໝ່.        

ທ່ານ ດາວໄຫລ ແກ້ວດວງດີ  ຫົົວໜ້າພະແນກແຜນການ  ແລະ ການລົງທຶນແຂວງ ໄດ້ຍົກໃຫ້ເຫັນຕື່ມວ່າ:  ປີ 2018 ຜ່ານມາ ເສດຖະກິດຂອງແຂວງຄຳມ່ວນ  ຂະຫຍາຍຕົວຢູ່ໃນລະດັບ 6,56%  ລວມຍອດມູນຄ່າ  ຜະລິດະພັນພາຍໃນຂອງ GDP ບັນລຸໄດ້  7.437 ຕື້ກວ່າກີບ. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ບັນລຸ 1.210 ຕື້ກວ່າກີບ,  ກວມ 16,27%ຂອງGDP,  ຂະແໜງອຸດສາຫະກຳ ບັນລຸ 3.366 ຕື້ກວ່າກີບ,  ກວມເອົາ 48,90% ຂອງGDP  ແລະ ຂະແໜງການບໍລິການ ບັນລຸ 2.340 ຕື້ກວ່າກີບ,  ກວມ 31,47% ຂອງ GDP.  ສະເລ່ຍ ລາຍຮັບຕໍ່ຫົວຄົນ 17.800.000 ກ່ວາ ກີບ  ຫລື 2.121  ໂດລາສະຫະລັດ/ຄົນ/ປີ  ທຽບໃສ່ປີຜ່ານມາເພີ່ມຂຶ້ນ 21 ໂດລາສະຫະລັດ. 

ສະເພາະທິດທາງແຜນການປີ 2019  ແມ່ນຈະໄດ້ສືບຕໍ່ ປະຕິບັດ ຈຸດໝາຍລວມ  ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ  ຄັ້ງທີ VIII ປີ 2016-2020  ຂອງແຂວງຄຳມ່ວນ ຮັບປະກັນ ການເຕີບໂຕທາງດ້ານເສດຖະກິດໃຫ້ຕໍ່ເນື່ອງ,  ສົມດຸນ ແລະ ຍືນຍົງ,  ມີການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ  ຢ່າງມີປະສິດທິຜົນສູງ,  ສ້າງໄດ້ການຫັນປ່ຽນຮູບແບບການພັດທະນາ ຕາມທິດເສີມຂະຫຍາຍທ່າແຮງທີ່ບົ່ມຊ້ອນ  ແລະ ຂໍ້ໄດ້ປຽບຂອງແຂວງຄຳມ່ວນ  ເຂົ້າໃນການເຊື່ອມ ໂຍງກັບພາກພື້ນ  ແລະ ສາກົນຢ່າງເປັນເຈົ້າການ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ຂ​ປ​ລ

Hits: 39

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້