​ບໍ່​ທຳ​ມະ​ດາ! 1 ປີຜ່ານມາ ອຸດົມໄຊ ອອກໃບຕາດິນໄດ້ 6 ພັນກວ່າຕອນ

ຕະຫລອດໄລຍະ 1 ປີຜ່ານມາ  ພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ  ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນວຽກງານຄຸ້ມຄອງທີ່ດິນ  ເຊິ່ງສາມາດ ອອກໃບຕາດິນຢ່າງເປັນລະບົບ  ແລະ ສະເພາະຕອນໃນທົ່ວແຂວງ  ໄດ້ທັງຫມົດ 6.063 ຕອນ, ເທົ່າກັບ 135%  ທຽບໃສ່ແຜນການປີແມ່ນ 4.500 ຕອນ  ເຊິ່ງປະຕິບັດໄດ້ເກີນແຜນທີ່ກຳນົດໄວ້.

ຕາງໜ້າ ພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ  ລະບຸວ່າ:  ນອກຈາກການອອກໃບຕາດິນຢ່າງເປັນລະບົບ ແລະ ສະເພາະຕອນ ໃນທົ່ວແຂວງແລ້ວ  ຍັງສາມາດອອກໃບແຈ້ງ  01 ໄດ້ທັງຫມົດ 1.595 ຕອນ ເທົ່າກັບ 35%  ແຜນປີແມ່ນ 4.500 ຕອນ, ລົງຈົດສະຖິຕິສໍາມະໂນທີ່ດິນ ໄດ້ 7.658 ຕອນ,  ເທົ່າກັບ 109% ແຜນການປີ 7.000 ຕອນ,  ໄດ້ອອກປຶ້ມສໍາມະໂນທີ່ດິນໄດ້  4.428 ຫົວ ເທົ່າກັບ 82%,  ຈົນທະບຽບໃບຕາດິນຕາມແຜນ 350 ຕອນ ແຕ່ປະຕິບັດໄດ້  418 ຕອນ ເທົ່າກັບ 119%  ແລະ ຈົດທະບຽນຈໍານອງໄດ້ ທັງຫມົດ 291 ຕອນ ເທົ່າກັບ 37%.

ນອກນີ້,  ໄດ້ປະກອບໃບອະນຸຍາດນຳໃຊ້ດິນລັດ  ໃຫ້ແກ່ບັນດາພະແນກການ,  ບໍລິສັດ ແລະ ພະນັກງານບໍານານ  ທີ່ໄດ້ຮັບອະນຸຍາດນຳໃຊ້ທີ່ດິນລັດ  ໄດ້ຈຳນວນ 11 ຕອນ ແລະ ສໍາຫລວດວັດແທກທີ່ດິນ  ໃຫ້ແກ່ນັກລົງທຶນທັງພາຍໃນ  ແລະ ຕ່າງປະເທດມາຂໍລົງທຶນໄດ້ 5 ກິດຈະການ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...