Monday, November 10, 2025
Kbank Laos โอน รับ จ่าย

ສະພາປະຊາຊົນບັນດາເຜົ່າແຂວງໄຊຍະບູລີ ເປີດກອງປະຊຸມຄົບຄະນະກຳມະການວັດທະນະທຳ-ສັງຄົມ

ກອງປະຊຸມຄົບຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນແຂວງໄຊຍະບູລີ, ໄດ້ຈັດຂຶ້ນໃນມື້​ວານນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຂອງທ່ານ ນາງ ວິລະພອນ ທອງພິມ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອິດມະນີ ຈັນທະຄຸນ ຮອງປະທານສະພາປະຊາຊົນແຂວງໄຊຍະບູລີ, ມີສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ແຂກຖືກເຊີນຕະຫລອດຮອດພະນັກງານລັດຖະກອນຂົງເຂດວັດທະນະທຳ-ສັງຄົມເຂົ້າຮ່ວມ.

ໃນກອງປະຊຸມທ່ານ ນາງ ວິລະພອນ ທອງພິມ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ໃນກອງປະຊຸມຄັ້ງນີ້ແມ່ນຈະໄດ້ສຸມໃສ່ຄົ້ນຄ້ວາ, ພິຈາລະນາ, ຕົກລົງບາງບັນຫາທີ່ສຳຄັນ ແລະ ຮັບຟັງການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະສານງານລະຫວ່າງຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າກັບບັນດາພະແນກການ, ອົງການໃນຂົງເຂດວັດທະນະທຳ-ສັງຄົມ ແລະ ຂົງເຂດເຜົ່າ.

ຮັບຟັງການລາຍງາຍກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫັວດການດ້ານການພັດທະນາ( MDGs ) ໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ 13 ຕົວຊີ້ບອກໃນຂົງເຂດສຶກສາທິການ ແລະ ກິລາ, ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ 10 ຕົວຊີວັດ ແລະ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ( MDGs ) ໃນນີ້ເລັ່ງໃສ່ເປົ້າໝາຍ6, ສະກັດກັ້ນ ແລະ ຕ້ານເຊື້ອ HIV/ AIDS, ມະເລເລຍ ແລະ ພະຍາດຕິດຕໍ່ອື່ນໆໃນຂົງເຂດສາທາລະນະສຸກ.

ການລາຍງາຍກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນໄລຍະເປີດປີທ່ອງທ່ຽວ 2018 ຢູ່ແຂວງໄຊຍະບູລີ, ພ້ອມທັງສະເໜີວິທີການ, ມາດຕະການແກ້ໄຂຈາກພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸດໂສບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ພະນັກງານເສຍອົງຄະໃນໄລຍະຕໍ່ສູ້ກູ້ຊາດ ແລະ ໃນໄລຍະປົດປ່ອຍປະເທດຊາດຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ.

ສະພາບການເຄື່ອນໄຫວສາສະໜາ, ການເຊື່ອຖືງົມງວາຍຂອງເຜົ່າ ແລະ ວິທີການແກ້ໄຂປະກົດການຫຍໍ້ທໍ້ດ້ານສາສະໜາ ແລະ ການເຊື່ອຖືງົມງວາຍຂອງເຜົາຈາກແນວລາວສ້າງຊາດແຂວງ, ຮັບຟັງການລາງາຍກ່ຽວກັບຄວາມຄືບໜ້າໃນການຍົກຍ້າຍ, ຈັດສັນພູມລຳເນົາ ແລະ ອາຊີບຄົງທີໃຫ້ປະຊາຊົນຢູ່ບ້ານນ້ຳພຽງເມືອງບໍ່ແຕນຈາກພະແນກກະສິກຳ ແລະ ປ່າໄມ້ ແລະ ບົດສະຫຼຸບຕິລາຄາສະພາບການເຄື່ອນໄຫວວຽກງານປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຂອງຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ.

ໃນກອງປະຊຸມຜູ້ເຂົ້າຮ່ວມຍັງພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບັນດາເນື້ອໃນບົດສະຫຼຸບ ແລະ ແກ້ໄຂບັນຫາທີ່ຍັງຄ້າງຄາ, ເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາປະຊາຊົນແຂວງ ແລະ ເປັນການປະກອບສວນສຳຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນປີ 2019.

ທີ່​ມາ: facebook.com/802628553417706

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.