Wednesday, July 15, 2026
Kbank Laos โอน รับ จ่าย
-->

ມາ​ຮູ້​ຈັກ! ຄວາມເປັນມາງານມະຫາກຳບຸນຊ້າງ ແຂວງໄຊຍະບູລີ

ດິນແດນແຂວງໄຊຍະບູລີຕັ້ງຢູ່ພາກເໜືອຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ຕັ້ງຢູ່ຝັງຂວາຂອງແມ່ນ້ຳຂອງ, ມີດິນຕໍ່ແຜນຕິດກັບ 6 ຈັງຫວັດລາດຊະອານາຈັກໄທ, ມິຄວາມຍາວ 647 ກິໂລແມັດເຊັ່ນ: ຈັງຫວັດຊຽງລາຍ, ພະເຍົາ, ນ່ານ, ອຸຕະລະດິດ, ພິສະນຸໂລກ ແລະ ຈັງຫວັດເລີຍ, ປະກອບມີ 11 ເມືອງຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ, ເມືອງໄຊຍະບູລີ, ໄຊສະຖານ, ເມືອງພຽງ, ປາກລາຍ, ທົ່ງມີໄຊ, ແກ່ນທ້າວ ແລະ ເມືອງບໍ່ແຕນ, ມີທັງໝົດ 433 ບ້ານ, ມີ 77.114 ຄອບຄົວ, ມີພົນລະເມືອງ 396.529 ຄົນ, ຍິງ 195.691 ຄົນ, ໃນນີ້ມີຄອບຄົວທຸກຍາກ 1,202 ຄອບຄົວ, ເທົ່າກັບ 1,6% ບ້ານທຸກຍາກ 12 ບ້ານ, ກວມເອົາ 2,78% ແລະ ເມືອງທຸກຍາກມີ 1 ເມືອງ.

ແຂວງໄຊຍະບູລີເປັນແຂວງທີ່ມີທິວທັດທຳມະຊາດ ແລະ ວັດທະນະທຳບັນດາເຜົ່າຫຼາກຫຼາຍສີສັນເໜືອນດັ່ງດອກໄມ້ຫຼາຍສີທີ່ເກີດຢູ່ຮ່ວມຕົ້ນດຽວກັນຄືດັ່ງ 8 ເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສຸກ, ສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ອີ່ວມຽນ, ໄຕດຳ, ລື້, ຍວນ, ໄປຼ່ ແລະ ເຜົ່າກຼືມມຸ ທີ່ນອນຢູ່ໃນ 50 ຊົນເຜົ່າໃນທົ່ວປະເທດ ແລະ ແຕ່ລະເຜົ່າລ້ວນແຕ່ມີເອກະລັກສະເພາະຂອງໃຜລາວ, ພ້ອມນີ້ຍັງມີມູນເຊື້ອດຸໜັ່ນຂະຫຍັນພຽນໃນການອອກແຮງງານ, ຜະລິດກະສິກຳເປັນສິນຄ້າ, ບົນພື້ນຖານນະໂຍບາຍຂອງພັກ, ຕິດພັນກັບການອານຸລັກຮັກສາຮິດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນກໍ່ຄືຂອງເຜົ່າດັຫ່ງຄຳຂັວນທີ່ວ່າ: ໄຊຍະບູລີດິນແດນຍາວສຸດຫຼາ ດ່ານໜ້າທີ່ແຂງແກ່ນ ແດນພູເຂົາແຫ່ງຄຳຂຽວ ຊ້າງຄຳຮູ້ພູໄຟດອກຝ້າຍຈັນ ວັດທະນະທຳເຜົ່າຫຼາຍສິສັນ ພະລັງດັນສູ່ຄວາມັ່ງຄັ່ງ, ນອກຈາກນີ້ແລ້ວແຂວງໄຊຍະບູລີຍັງອຸດົມສົມບູນໄປດ້ວຍພູຜາປ່າໄມ້ທີ່ຕຶບໜາ, ມີນ້ຳຕົກຕາດ, ວັດວາອາຮາມ, ປູສະນິຍະສະຖານ, ສະຖານທີ່ປະຫວັດສາດ ແລະ ວັດທະນະທຳຂອງເຜົ່າທີ່ມີຄວາມສວຍງາມແຕກຕ່າງກັນ, ເມື່ອເຫັນແລ້ວກໍ່ມີຄວາມປະທັບໃຈຍາກທີ່ຈະລືມ, ທັງໝົດເລົ່ານີ້ໄດ້ເປັນທ່າແຮງທີ່ດຶງດູດເອົາແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ແຂວງໄຊຍະບູລີນັບມື້້ນັບເພີ່ມຂຶ້ນ.

ເມື່ອຫຼາຍພັນປີຜ່ານມາຊ້າງໄດ້ຕິດພັນກັບວິຖີຊີວິດ ແລະ ກິດຈະວັດຂອງປະຊາຊົນລາວເຮົາ, ຊ້າງໄດ້ເປັນພາຫະນະນຳໃຊ້ເຂົ້າໃນການຕໍ່ສູ້ສະໄໝສົງຄາມ, ຕ້ານການຮຸກຮານຈາກພາຍນອກ, ເພື່ອປົກປ້ອງປີຕຸພູມທີ່ແສນຮັກຂອງຕົນ, ນອກຈາກນັ້ນຊ້າງຍັງໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວດຳລົງຊີວິດປະຈຳວັນການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ, ດ້ວຍເຫດນີ້ນຈື່ງເວົ້າໄດ້ວ່າ ຊ້າງເປັນສັດທີ່ມີຄຸນປະໂຫຍດ, ມີຄຸນຄ່າຢ່າງຫຼວງຫຼາຍຕໍ່ຄົນລາວ ແລະ ສັງຄົມຕະຫຼອດມາ, ຍ້ອນແນວນັ້ນເພື່ອເຮັດໃຫ້ທົ່ວສັງຄົມມະນຸດເຮົາຫັນມາໃສຄວາມສົນໃຈ, ມີສ່ວນຮ່ວມໃນການອານຸລັກປົກປັກຮັກສາຊ້າງຢູ່ໃນໂລກ.

ເວົ້າລວມເວົ້າສະເພາະແມ່ນຢູ່ ສປປ ລາວ ໃຫ້ມີໂອກາດຄົງຕົວ ແລະ ຂະຫຍາຍຕົວຄົງຢູ່ຄູ່ກັຍມວນມະນຸດເຮົາໄປນານແສນານ, ແຂວງໄຊຍະບູລີຈຶ່ງໄດ້ຖືເອົາມະຫາກຳບຸນຊ້າງເປັນບຸນປະເພນີ ແລະ ຈັດຂຶ້ນຢ່າງຄຶກຄື້ນ, ມ່ວນຊຶ່ນໃນທຸກໆປີຂອງໄລຍະກາງເດືອນກຸມພາ, ໂດຍໄດ້ມີການຜັດປ່ຽນໜູນວຽນກັນຈັດຂຶ້ນຢູ່ 3 ເມືອງຄື: ເມືອງຫົງສາ, ເມືອງປາກລາຍ, ເມືອງໄຊຍະບູລີ.

ການຈັດງານມະຫາກຳບຸນຊ້າງຄັ້ງທຳອິດຂອງແຂວງໄຊຍະບູລີ ແມ່ນໄດ້ຈັດຂຶ້ນຢູ່ບ້ານວຽງແກ້ວເມືອງຫົງສາປີ 2007 ຄັ້ງນັ້ນແມ່ນຈັດຂຶ້ນໃນລະດັບຂັ້ນບ້ານ, ແຕ່ກໍ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ຍ້ອນແນວນັ້ນຈຶ່ງໄດ້ຍົກລະດັບຂຶ້ນມາເປັນຂັ້ນເມືອງໃນປີ 2008 ຄັ້ງນີ້ເປັນຄັ້ງທີ 2 ທີ່ເມືອງປາກລາຍ.

ຄັ້ງທີ3 ປີ 2009 ຈັດຂຶ້ນຢູ່ໃນລະດັບຂັ້ນແຂວງ.

ມາປີ 2010 ຈັດຂຶ້ນທີ່ເມືອງຫົງສາເປັນຄັ້ງທີ 4

ແລະ ປີ2011 ຈັດຂຶ້ນຢູ່ເມືອງໄຊຍະບູລີກໍ່ຄືແຂວງໄຊຍະບູລີເປັນຄັ້ງທີ 5 ເຫັນວ່າຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວງານດັ່ງກ່າວກໍ່ເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ເພາະວ່າຢູ່ໃນງານແຕ່ລະປີໄດ້ມີຊ້າງເຂົ້າຮ່ວມບໍ່ຫຼຸດ 50 ໂຕ, ພ້ອມດຽວກັນນີ້ຢູ່ໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ສ້າງສີສັນຄວາມປະທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມເຊັ່ນ: ການເປີດງານຕະຫຼາດນັດວາງສະແດງຈຳໜ່າຍສິນຄ້າທີ່ເປັນຜະລິດຕະພັນຂອງລາວ, ຂອງທ້ອງຖິ່ນ ແລະ ຕ່າງປະເທດ, ການສະແດງສີລະປະວັນນະຄະດີ, ມີຂະບວນແຮ່ຊ້າງອອກເສິກ, ຂະບວນຊ້າງລຳລຽງຍຸດໂທປະກອນ, ລຳລຽງສະບຽບອາຫານ, ຊ້າງນຳທ່ຽວ, ຂະບວນຊ້າງນ້ອຍຄຳຮູ້, ຄັດເລືອກຊ້າງງາມປະຈຳປີ, ບາສີສູ່ຂັວນຊ້າງ, ບຸກເຟຊ້າງ, ສາທິດການໃຊ້ແຮງງານຊ້າງ, ເອົາຊ້າງອາບນ້ຳ, ປະກວດຊ້າງງາມ, ບໍລິການຂີ່ຊ້າງ, ສີ່ງທີ່ຂາດບໍ່ໄດ້ແມ່ນການສະແດງຊ້າງນ້ອຍຄຳຮູ້ ແລະ ກິດຈະກຳອື່ນໆອີກຢ່າງຫຼວງຫຼາຍ, ທັງໝົດນັ້ນໄດ້ສ້າງຄວາມປະທັບໃຈໃຫ້ບັນດາທ່ານຜູ້ທີ່ມາທ່ຽວໃນງານມະຫາກຳບຸນຊ້າງທີ່ແຂວງໄຊຍະບູລີຢ່າງບໍ່ມີວັນລືມ.

ສຳລັບປີ 2019 ນີ້ງານມະຫາກຳບຸນຊ້າງແຂວງໄຊຍະບູລີຄັ້ງທີ XIII ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ແຕ່ເລີ່ມເປີດທ່ຽວຊົມ ສິນຄ້າອື່ນໆ ທີ່ມາວາງຂາຍ ແມ່ນເລີ່ມແຕ່ວັນທີ 20 ກຸມພາ 2019 ດັ່ງນັ້ນຈື່ງຂໍເຊີນຊວນບັນດາທ່ານຈົງໄດ້ມາທ່ຽວຊົມງານມະຫາກຳບຸນຊ້າງແຂວງໄຊຍພະບູລີແລ້ວບັນດາທ່ານຈະມີຄວາມຕື່ນຕາຕື່ນໃຈ, ຢ່າງບໍ່ມີວັນລືມສະເພາະງານຊ້າງປີນີ້ຈະມີຊ້າງເຂົ້າຮ່ວມ 70 ໂຕ, ກົງກັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບ 70 ປີ. 

ທີ່​ມາ: facebook.com/803244373356124

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.