Saturday, November 15, 2025
Kbank Laos โอน รับ จ่าย

ຫ້ອງຮຽນສອງພາສາ ມສ ວຽງຈັນ ໄດ້ຮັບໃບຢັ້ງຢືນມາດຕະຖານການສຶກສາ

ພິ­ທີ​ມອບ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ການ​ສຶກ​ສາ​ຂອງ​ກະ­ຊວງ​ເອີ​ຣົບ ແລະ ຕ່າງ­ປະ­ເທດ​ຝຣັ່ງ ຈັດ​ຂຶ້ນ​ໃນ​ມື້​ວານນີ້ ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ວຽງ​ຈັນ (ມສ ວຽງ​ຈັນ) ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ກອງ​ສີ ແສງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ​ນາງ ເບ​ເນ​ດິກ ເດ​ຊັງ ທູດ​ວັດ­ທະ­ນະ­ທຳ ປະ­ຈຳ​ສະ­ຖານ­ທູດ​ຝຣັ່ງ ແລະ ຜູ້­ອຳ­ນວຍ­ການ​ສູນ​ພາ­ສາ​ຝຣັ່ງ ມີ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ແລະ ນັກ­ຮຽນ​ເຂົ້າ​ຮ່ວມ.

    ຫ້ອງ​ຮຽນ​ສອງ​ພາ­ສາ ລາວຝຣັ່ງ ທີ່​ໂຮງ­ຮຽນ ມສ ວຽງ​ຈັນ ເປັນ​ຫ້ອງ​ຮຽນ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ​ຝຣັ່ງ ໃນ​ປີ 1995 ຕະ­ຫຼອດ​ໄລ­ຍະ 23 ປີ­ຜ່ານ­ມາ ໄດ້​ສ້າງ​ບຸ​ຄະ­ລາ​ກອນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາ­ມາດ​ອອກ​ຮັບ​ໃຊ້​ສັງ­ຄົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ພ້ອມ​ນີ້ ຄູອາ­ຈານ​ກໍ່​ໄດ້​ຮັບ​ການ​ຍົກ​ລະ­ດັບ​ຈາກ​ຕ່າງ­ປະ­ເທດ ໂດຍ​ສະ­ເພາະ ແມ່ນ​ປະ­ເທດ​ຝຣັ່ງ ເປັນ​ກ້າວໆ​ມາ.

    ໃນ​ປີ 2015 ກະ­ຊວງ​ເອີ​ຣົບ ແລະ ຕ່າງ­ປະ­ເທດ​ຝຣັ່ງ​ໄດ້​ມີ​ການ​ປະ​ເມີນ​ການ​ຮຽນການ​ສອນ​ວ່າ​ເປັນ​ໂຮງ­ຮຽນ​ທີ່​ຍັງ​ສືບ­ຕໍ່​ສິດ­ສອນ ແລະ ມີ​ຄຸ­ນະ­ພາບ​ດ້ານ​ການ​ຮຽນການ​ສອນ ຈາກ​ນັ້ນ ກໍ່​ໄດ້​ມອບ​ໃບ­ຢັ້ງ­ຢືນ​ເປັນ​ຄັ້ງ​ທຳ​ອິດ ແລະ ປີ 2018 ກໍ່​ໄດ້​ປະ​ເມີນ​ເປັນ​ຄັ້ງ​ທີ 2 ເຫັນ​ວ່າ​ຍັງ​ສືບ­ຕໍ່​ການ​ຮຽນການ​ສອນ​ຢ່າງ​ມີ​ຄຸ­ນະ­ພາບ ຈຶ່ງ​ໄດ້​ມອບ​ໃບ­ຢັ້ງ­ຢືນ​ໃຫ້​ແກ່​ໂຮງ­ຮຽນ​ດັ່ງ­ກ່າວ ເຊິ່ງ 3 ປີ​ຈະ​ມີ​ການ​ປະ​ເມີນ​ຄັ້ງ​ໜຶ່ງ ທັງ​ນີ້ ກໍ່​ເພື່ອ​ເປັນ​ການ​ຊຸກ­ຍູ້ ສົ່ງ­ເສີມ ໃຫ້​ຄູອາ­ຈານ ນັກ­ຮຽນ​ເອົາ­ໃຈ­ໃສ່​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ໃຫ້​ມີ​ປະ­ສິດ­ທິ­ພາບ ທຽບ​ເທົ່າ​ກັບ​ພາກ​ພື້ນ ແລະ ສາ­ກົນ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.