ວິທະຍຸໂທລະພາບ ນວ ຮ່ວມບໍລິຈາກເລືອດ ຂ່ຳນັບວັນສ້າງຕັ້ງກອງທັບ

ຄື້ນ FM 105,5MHZ ແລະ FM 98,8MHZ ຮ່ວມກັບສູນເລືອດແຫ່ງຊາດ ອົງການກາແດງລາວໄດ້ຈັດກິດຈະກຳຮັບບໍລິຈາກເລືອດ ໃນວັນທີ 16 ມັງກອນ 2019 ທີ່ສະຖານນີວິທະຍຸໂທລະພາບ ນະຄອນຫຼວງວຽງຈັນ ເພື່ອຂ່ຳນັບຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີມີໄຊໃຫ້ເລືອດໃຫ້ຊີວິດ”.

ຈຸດປະສົງຫຼັກທີ່ໄດ້ຮ່ວມບໍລິຈາກເລືອດຄັ້ງນີ້ ເປັນການຂ່ຳນັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ເຕັມໄປດ້ວຍອັນມີຄວາມໝາຍຄວາມສຳຄັນໄດ້ສະແດງໃຫ້ເຫັນການຊ່ວຍຊີວິດຄົນໃນ​ທົ່ວ​ປວງ​ຊົນ​ຊາດລາວ ​ພ້ອມທັງ​ເປັນ​ການ​ກຽມ​ຄວາມ​ພ້ອມ​ສະ­ໜອງ​ເລືອດ​ໃຫ້​ກັບ​ບັນ­ດາ​ຄົນ​ເຈັບ​ຕາມ​ໂຮງ­ໝໍ ແລະ ເປັນການສ້າງກຸສົນຈາລຶກບຸນຄຸນຄວາມງາມຂອງມະນຸດເຊິ່ງກັນ ແລະກັນ ການຮັບບໍລິຈາກເລືອດຄັ້ງນີ້ໂດຍເອົາແຕ່ຜູ້ທີ່ມີສຸຂະພາບແຂງແຮງ, ນອນພຽງພໍ 6 ຊົ່ວໂມງ ແລະ ມີອາຍຸ 17-60 ປີ,ນ້ຳໜັກ 45 ກິໂລຂຶ້ນໄປ ສຳລັບທ່ານໃຈບຸນທີ່ໄດ້ບໍລິຈາກແລ້ວນັ້ນແມ່ນຈະໄດ້ໃບຍ້ອງຍໍຈາກສູນເລືອດແຫ່ງຊາດ ອົງການກາແດງລາວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...