Monday, November 10, 2025
Kbank Laos โอน รับ จ่าย

​ເຊີນ​ທ່ຽວ! ງານ​ຕະຫຼາດ​ນັດ​ຂາຍ​ສິນ​ຄ້າ ​ຕິດ​ພັນ​ບຸນ​ນະ​ມັດ​ສະ​ການ​ ພຣະ​ທາດພະບາດ-ໂພນສັນ

ແຂວງບໍລິຄໍາໄຊ ເປີດ​ງານ​ຕະຫຼາດ​ນັດ​ຂາຍ​ສິນ​ຄ້າ​ ຕິດ​ພັນ​ກັບ​ບຸນ​ນະ​ມັດ​ສະ​ການ​ວັດ​ພຣະ​ທາດ ​ພຣະ​ບາດ-ໂພນ​ສັນ​ປະ​ຈຳ​ປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນ​ສົງ ເພັດ​ຈະ​ເລີນ ເຈົ້າ​ເມືອງ​ທ່າ​ພະ​ບາດ, ມີບັນດາການນໍາຂອງແຂວງ, ຂັ້ນເມືອງ ແລະພາກ​ສ່ວນ​ທີ່​ກ່ຽວ​ຂ້ອງເຂົ້າຮ່ວມ.

ທ່ານ ເຈົ້າ​ເມືອງ​ທ່າ​ພະ​ບາດ ໃຫ້ຮູ້ວ່າ: ການຈັດງານ​ໃນ​ຄັ້ງ​ນີ້​ວ່າ: ເປັນ​ງານ​ໜື່ງ​ທີ່​​ເຄີຍ​ສືບ​ທອດ​ກັນ​ມາ​ໃນ​ທຸກໆ​ປີ​ຢ່າງ​ຕໍ່​ເນື່ອງ ແລະ ຖື​ວ່າ​ເປັນ​ງານ​​ປາງບຸນ​ໃຫ​ຍ່​ອັນ​ໜື່ງ​ຂອງ​ປະ​ຊາ​ຊົນ​ຊາວ​ແຂວງ​ບໍ​ລິ​ຄຳ​ໄຊ ກໍຄື ຊາວ​ເມືອງ​ທ່າ​ພະ​ບາດ ເພື່ອ​ເຄົາ​ລົບ​ສາ​ກາ​ລະ​ບູ​ຊາ​ຮອຍ​ພຣະ​ພຸດ​ທະ​ບາດ ແລະວັດ​ພຣະ​ບາດ​ໂພນ​ສັນ.

ພ້ອມ​ດຽວ​ກັນ​ນີ້​ທາງ​ອຳ​ນາດ​ການ​ປົກ​ຄອງ​ເມືອງ ກໍໄດ້​ຖື​ໂອ​ກາດ​ຈັດ​ງານ​ຕະຫຼາດ​ນັດ​ຂາຍ​ສິນ​ຄ້າ​ເພື່ອ​ເປັນ​ການ​ເປີດ​ໂອ​ກາດ​ຊ່ອງ​ທາງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຕະຫຼອດ​ຮອດ​ຜູ້​ປະ​ກອບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕ່າງໆ​ໄດ້​ນຳ​ເອົາ​ຜົນ​ຜະ​ລິດ ແລະຜະ​ລິດ​ຕະ​ພັນ​ທີ່​ເປັນ​ພູມ​ປັນ​ຍາ​ຂອງ​ຊາວ​ບ້ານ​ເຂົ້າ​ມາ​ວາງ​ສະ​ແດງ ແລະ ຈຳ​ໜ່າຍ​ເພື່ອ​ໃຫ້​ຜູ້​ມາ​ທ່ຽວ​ງານ​ດັ່ງ​ກ່າວ​ໄດ້​ຊື່ ເພື່ອ​ເປັນ​ຂອງ​ຕ້ອນ-ຂອງຝາກ ແລະ ຂອງ​ໃຊ້​ໃນ​ຄອບ​ຄົວ, ທັງ​ເປັນ​ການ​ເປີດ​ໂອ​ກາດ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ໄດ້​ມີ​ການ​ພົບ​ປະ ແລະ ແລກ​ປ່ຽນ​ຮຽນ​ຮູ້​ໃນ​ການ​ພັດ​ທະ​ນາ​ສິນ​ຄ້າ​ຂອງ​ຕົນ​ໃຫ້​ນັບ​ມື້​ນັບ​ໂດດ​ເດັ່ນ​ທາງ​ດ້ານ​ປະ​ລິ​ມານ ແລະຄຸນ​ນະ​ພາບ​ສູງ​ຂຶ້ນ​ທັງ​ພາຍ​ໃນ ແລະຕ່າງ​ປະ​ເທດ.

​ງານ​ຕະຫຼາດ​ນັດ​ປີນີ້ ​ມີ​ຈຳ​ນວນ​ບັນ​ດາ​​ຫ້າງ​ຮ້ານ​ທີ່​ເຂົ້າ​ຮ່ວມ​ວາງ​ສະ​ແດງ ແລະຈຳ​ໜ່າຍສິນຄ້າ​ທັງ​ໝົດ 124 ຮ້ານ, ໃນນີ້ ມີ​ຫ້າງ​ຮ້ານ, ໂຮງ​ງານ ທີ່​ຖຶກ​ເຊີນ​ມາຈາກ​ຕ່າງ​ເມືອງ ​ແລະຕ່າງ​ແຂວງ 30 ຮ້ານ ແລະໄດ້ແບ່ງ​ອອກ​ເປັນ 4 ໂຊນ​ຄື: ໂຊນ​ຂາຍ​ສິນ​ຄ້າ​ຫັດ​ຖະ​ກຳ​ຂອງ​ບັນ​ດາ​ກຸ່ມ​ຜະ​ລິດ​ຕະ​ພັນ, ໂຊນ​ຮ້ານ​ອາ​ຫານ ແລະ ເຄື່ອງ​ດື່ມ, ໂຊນ​ຮ້ານ​ຄ້າ​ຂາຍ​ເຄື່ອງ​ທົ່ວ​ໄປ ແລະໂຊນ ຕົນ​ຕີ ແລະເຄື່ອງຫຼິ້ນ​ຕ່າງໆ, ໂດຍ​ສະ​ເລ່ຍ​ມູນ​ຄ່າທັງ​ໝົດ 12 ຕື້​ກວ່າ​ກີບ.

ງານ​ບຸນ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ່ 20 ເດີ​ພີ່​ນ້ອງ! ຈຶ່ງ​ປິ​ດ​ລົງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.