ມິ​ຕິ​ໃໝ່​ຂອງ​ແຂວງ​ຄຳ​ມ່ວນ! ປະກາດການຈັດຕັ້ງຄະນະບໍລິຫານງານສະຫະພັນ ລົດຖີບແຂວງ ສະໄໝທີ IX

ທີ່ສະໂມສອນ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດພິທີ ປະກາດການຈັດຕັ້ງ ຄະນະບໍລິ ຫານງານສະຫະພັນລົດຖີບແຂວງຄຳມ່ວນ ສະໄໝທີ IX ຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະນແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຂະແໜງການ, ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຕະຫຼອດເຖິງສະມາຊິກສະຫະພັນລົດຖີບພາຍໃນແຂວງຄຳມ່ວນເຂົ້າຮ່ວມ.

ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານຮອງເຈົ້າແຂວງໆຄຳມ່ວນ, ປະທານສະມາຄົນກິລາ-ກາຍະກຳແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານ ແລະ ກອງເລຂາສະຫະພັນກິລາລົດຖີບແຂວງຄຳມ່ວນ ສະໄໝທີ IX ເຊິ່ງ ປະກອບມີ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນຫົວໜ້າ, ທ່ານ ນັນຕະໄຊ ອິນທະສອນ ແລະ ທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນຮອງ ແລະ ໄດ້ແຕ່ງຕັ້ງ ບັນດາພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ ຈຳນວນ 33 ທ່ານ ເປັນຄະນະ. ນອກຈາກນີ້ຍັງໄດ້ຮັບຟັງ ຂໍ້ຕົກລົງຂອງ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນຮອງ ປະທານສະມາຄົມກິລາ-ກາຍະກໍາແຂວງ, ປະທານສະຫະພັນກິລາລົດຖີບແຂວງຄຳມ່ວນ ສະໄໝທີ IX ເຊິ່ງໄດ້ຕົກລົງແຕ່ງຕັ້ງ ຄະນະບໍລິຫານງານ ສະຫະພັນກິລາ ລົດຖີບແຂວງຄຳມ່ວນ ລວມທັງໝົດ ຈຳນວນ 25 ທ່ານ.

ໂດຍມີສິດ ແລະ ໜ້າທີ່ ໃນການຫັນເອົາແນວທາງນະໂຍບາຍຂອງພັກ-ລັດ ເຂົ້າສູ່ວົງການກິລາ ເພື່ອປຸກລະດົມ, ຊຸມຊົນ, ຊາວໜຸ່ມ, ນັກຮຽນ, ນັກສຶກສາຫັນມາຫຼິ້ນກິລາ ໃຫ້ຫຼາຍຂຶ້ນ, ຫຼີ້ກເວັ້ນສິ່ງເສບຕິດ, ຂອງມຶນເມົາ ເພື່ອສ້າງສຸຂະພາບ ແລະ ການພັດທະນາ, ປະສານສົມທົບກັບນັກທຸລະກິດ, ພາກລັດ ແລະ ເອກະຊົນ, ພໍ່ຄ້າຊາວຂາຍ, ບຸກຄົນ, ນິຕິບຸກຄົນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອເສີມສ້າງຄວາມສາມັກຄີ ແລະ ຍາດແຍ່ງເອົາການຊ່ວຍເຫຼືອດ້ານວັດຖຸ, ເຕັກນິກ, ດ້ານການເງິນມາພັດທະນາວົງການກິລາ, ຈັດຕັ້ງຝຶກແອບການແຂ່ງຂັນປະຈຳປີ ແລະ ການແຂ່ງຂັນໃນລະດັບຕ່າງໆ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອສ້າງນັກກິລາຮຸ້ນສືບທອດ ທົດແທນ ໃຫ້ມີຄຸນນະພາບເຂັ້ມແຂງຂຶ້ນເລື້ອຍໆ.

ພ້ອມດຽວກັນີ້ ໃນວັນທີ 18 ມັງກອນ 2019 ຍັງໄດ້ຈັດກິດຈະກຳປັ່ນລົດຖີບ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກຳມະບານລາວ ຄົບ ຮອບ 63 ປີ ເຊິ່ງເລີ່ມອອກຈາກຈຸດສະໂມສອນກິລາແຂວງ ປັ່ນອ້ອມເທສະບານເມືອງທ່າ ລົງຮອດພຣະທາດສີໂຄດຕະບອງ ເຂົ້້າກາບໄຫວ້ສັກກາລະບູຊາອົງພຣະທາດເມືອງເກົ່າ ແລ້ວກັບຄືນສູ່ສະໜາມກິລາແຂວງຄຳມ່ວນ ລວມໄລະຍະທາງປະມານ 20 ກວ່າກິໂລແມັດ.

ທີ່​ມາ: facebook.com/807530286260866

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...