ມູນນິທິເມແບັງ ໄດ້ເປີດໂຄງການດ້ານການປະກອບອາຊີບ ໃຫ້ແກ່ກຸ່ມຄົນທີ່ມີຄວາມພິ ການ ແລະ ຂາດໂອກາດໃນ ສປປ ລາວ ໃນວັນທີ 18 ມັງກອນ 2019 ນີ້, ຢູ່ນະຄອນຫລວງວຽງຈັນ ເພື່ອສ້າງໂອກາດ ໃຫ້ບຸກຄົນພິການ ໄດ້ມີວຽກເຮັດງານທຳ, ມີລາຍໄດ້, ມີອາຊີບທີ່ໝັ້ນຄົງ, ມີທຸ ລະກິດເປັນຂອງຕົນເອງ, ສາມາດລ້ຽງຕົນເອງໄດ້ ແລະ ອື່ນໆ.

ທ່ານ ຊາຣິວ ອາຊົວ ຈິມິນ ປະທານມູນນິທິເມແບັງ ກ່າວວ່າ: ໂຄງການດັ່ງກ່າວ, ມີຈຸດປະສົງ ເພື່ອຊ່ວຍເຫລືອພັດທະນາຊິວິດການເປັນຢູ່ຂອງຄົນພິການ ແລະ ຜູ້ທີີ່ດ້ອຍໂອກາດ ໃນ ສປປ ລາວ, ເຊິ່ງໂຄງການໄດ້ອອກແບບມາໃນຮູບແບບຂອງການຝຶກອົບຮົມ, ແນະນໍາ ແລະ ໃຫ້ຄໍາປຶກສາ ແກ່ຜູ້ເຂົ້າຝຶກອົບຮົມ (ບຸກຄົນພິການ) ເພື່ອພັດທະນາ ທັກສະໃນການເປັນຜູ້ປະກອບການໃຫ້ພວກເຂົາ ແລະ ອື່ນໆ.

ທີ່​ມາ: ຂ​ປລ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້