Friday, March 21, 2025

​ສາວ​ນັກ​ບິນ ພູຄຳ Miss Tourism Universe Laos 2018 ກຽມໄປປະກວດລະດັບສາກົນ

ພາຍຫລັງໄດ້ຮັບຕໍາແໜ່ງອັນຊົງກຽດໃນເວທີນາງງາມລາວຄື Miss Tourism Universe Laos 2018 ເມື່ອທ້າຍປີຜ່ານມາ,ພູຄຳ ທິບພົມວົງ (ໝີພູ) ອາຍຸ 23 ປີ ປັດຈຸບັນເປັນພະນັກງານລັດວິສາ ຫະກິດການບິນລາວກໍໄດ້ຖືກເລືອກໃຫ້ເປັນຕົວແທນສາວລາວໄປປະກວດ Miss Global 2019 ຢູ່ນະຄອນຫລວງມະນີລາ ປະເທດຟີລິບປິນ ໂດຍໄດ້ເດີນທາງໄປເກັບຕົວໃນວັນທີ 31 ມັງກອນຜ່ານມາ ແລະ ການປະກວດ Miss Global 2019 ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້.

ພູຄຳ ທິບພົມວົງ ເປີດເຜີຍຄວາມຮູ້ສຶກສູ່ຟັງວ່າ: Miss Global ເປັນເວທີການປະກວດທີ່ສົ່ງເສີມໃຫ້ຜູ້ຍິງຫມັ້ນໃຈ ກ້າສະແດງອອກ ແລະ ພັດທະນາຄວາມເປັນຜູ້ນຳ ເພື່ອເປັນແບບຢ່າງໃຫ້ແກ່ຜູ້ຍິງຍຸກໃໝ່ ແລະ ໃນເວທີການປະກວດນີ້,ຕົນພູມໃຈທີ່ສຸດທີ່ໄດ້ເປັນຜູ້ຍິງລາວຄົນໜຶ່ງຈະໄດ້ນຳເອົາວັດທະນະທຳອັນດີງາມຂອງຊາດ ບໍ່ວ່າຈະເປັນການນົບໄຫວ້ສະບາຍດີລວມທັງການນຸ່ງສິ້ນ ເກົ້າຜົມບ່ຽງແພ ທີ່ເປັນເອກະລັກຂອງແມ່ຍິງລາວໄປອວດສາຍຕາເພື່ອນນາງງາມຈາກທົ່ວໂລກ ແລະ ປັດຈຸ ບັນພວມກຽມໂຕຫລາຍດ້ານ ທັງພາສາ ຄວາມຮູ້ວັດທະນະທຳ ການປະພຶດໃນກອງປະກວດ ລວມທັງຊຸດທີ່ຈະໄດ້ນຳໄປໃຊ້ໃນການປະກວດ.ດັ່ງນັ້ນຈຶ່ງຂໍໃຫ້ປະຊາຊົນລາວຊ່ວຍເປັນກໍາລັງໃຈສົ່ງແຮງໃຈໃຫ້ດ້ວຍ.

Miss Global ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2013 ຢູ່ເມືອງ Redondo ກາລິຟໍເນຍ ສະຫະລັດ ອາເມລິກາ ແລະ ໄດ້ຈັດຂຶ້ນຕິດຕໍ່ກັນມາແລ້ວ 5 ຄັ້ງ ແລະ ຫລ້າສຸດທີ່ຈັດມີຕົວແທນຈາກ 60ປະເທດທົ່ວໂລກເຂົ້າຮ່ວມປະກວດຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ແລະ ປີນີ້ກໍໄດ້ຈັດເປັນຄັ້ງທີ 6 ຢູ່ນະຄອນຫລວງມະນີລາປະເທດຟິລິປິນໃນວັນທີ 1-11 ກຸມພາໜ້ານີ້.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່