Monday, April 21, 2025

​ຍິນ​ດີ​ນຳ​! ນັກ​ສຶກ​ສາ ມ​ຊ ໄດ້​ຮັບ​ທຶນ​ແລະອຸປະກອນການສຶກສາ 60 ລ້ານກີບ

ທີ່ ມະຫາວິທະຍາໄລແຫ່ງຊາດ, ບໍລິສັດ ລ້ານ​ຊ້າງ​ ປະກັນ​ໄພ ມະຫາຊົນ ໄດ້ມອບທຶນການສຶກສາ ຈຳນວນ 10 ທືນ, ທືນລະ 4 ລ້ານກີບ, ພ້ອມດ້ວຍອຸປະກອນ​ດົນຕີ 1 ຊຸດ, ໂທລະພາບ 55 ນິ້ວ 01 ໜ່ວຍ, ວັດຈະ ນານຸກົມ ທີ່ສັ່ງມາຈາກ ປະເທດ ສ ເກົາຫລີ ຈຳ ນວນໜຶ່ງ, ລວມມູນຄ່າທັງໝົດ 60 ລ້ານ​ກີບ ໃຫ້ມະຫາວິທະ ຍາໄລແຫ່ງຊາດ ແລະ ນັກສຶກສາ ຜູ້ທີ່ມີສະຖານະຄອບຄົວທຸກຍາກ ແຕ່ຮູ້ວິທີທີ່ຈະເອົາຊະນະ ແລະ ຂ້າມຜ່ານສະຖານະການ ເພື່ອປະສົບຜົນສຳ ເລັດໃນການສຶກສາ.

ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສົມສີ ຍໍພັນໄຊ ຜູ້ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ​ໂດງ ດັງ ຄ່າງ ອໍານວຍ​ການ​ໃຫຍ່ ບໍລິສັດ ປະກັນໄພ ລ້ານ​ຊ້າງ​ ມະຫາຊົນ, ທ່ານ ຄິມ ຄາງວຸກ kim kang wook ປະທານມູນນິທິ​ກອງ​ທືນ ວັດທະນະ​ທໍາ ດີ​ບີ ກິມ ຈຸນ​ກິ DB Kim Jun Ki, ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ, ຕາງໜ້າທະນາຄານ ພັດທະນາລາວ, ພ້ອມດ້ວຍຄູ-ອາ ຈານ ແລະ ນ້ອງນັກສຶກສາ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ​ໂດ ດັງ ຄ່າງ ກ່າວວ່າ: ບໍລິສັດປະກັນໄພ ລ້ານຊ້າງ ມະຫາຊົນ ມີຈຸດປະສົງ ມອບທຶນການສຶກສາ ແລະ ອຸປະກອນການສຶກສາໃນຄັ້ງນີ້, ເພື່ອເປັນການປະກອບສ່ວນ ຊ່ວຍ ເຫລືອສັງຄົມ ເຂົ້າໃນການພັດທະນາ ຊັບພະຍາກອນມະນຸດຂອງລາວ, ກໍ່ຄື ນ້ອງໆນັກຮຽນ ຜູ້ທີ່ມີຜົນການຮຽນດີ, ຮຽນເກັ່ງ, ມີການປະພຶດທີ່ດີ, ມີຖານະຄອບຄົວທຸກຍາກ ແຕ່ຮູ້ວິທີເອົາຊະນະ ແລະ ຂ້າມຜ່ານສະ ຖານະການ ເພື່ອປະສົບຜົນສຳເລັດ ໃນການສຶກສາ ໃຫ້ນັບມື້ດີຂຶ້ນເລື້ອຍໆ.

ບໍລິສັດ ປະກັນໄພ ລ້ານຊ້າງ ມະຫາຊົນ ໄດ້ສ້າງຕັ້ງຂຶ້ນໃນເດືອນຕຸລາ 2010, ບົນພື້ນຖານການຮ່ວມມື ຮ່ວມທືນ ຂອງ 2 ຫຸ້ນສ່ວນ ຄື: ທະນາຄານ ພັດທະນາລາວ​ (ທພລ) ດ້ວຍທືນ 50% ແລະ ກຸ່ມບໍລິສັດ ຫຸ້ນສ່ວນປະກັນໄພ ໄປສະນີ ຫວຽດນາມ (PTI), ເປັນບໍລິສັດ ປະກັນໄພ ໃຫ່ຍອັນດັບ 3 ທີ່ ສສ ຫວຽດນາມ ດ້ວຍທືນ 50%.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.