Thursday, May 15, 2025
Kbank Laos โอน รับ จ่าย

ນັກ​ທຸ​ລະ​ກິດ​ລາວ ໄດ້​ຮັບຫຼຽນ Order of the Rising Sun, Gold Rays with Rosette ຈາກອົງຈັກກະພັດຍີ່ປຸ່ນ

ທ່ານ ເຂັມຊາດ ພິລາພັນເດຊ ປະທານບໍລິສັດ KP ຈໍາກັດ, ປະທານບໍລິສັດລາວ ໂຕໂຢຕ້າ ບໍລິການຈໍາກັດ ແລະ ປະທານສະຫະພັນຢູໂດ ໄດ້ຮັບການປະດັບຫລຽນ Order of the Rising Sun, Gold Rays with Rosette ຈາກພະນະທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ, ເຊິ່ງຫຼຽນດ່ັງກ່າວ ເປັນຫຼຽນພະລາຊະທານຈາກອົງຈັກກະພັດຍີ່ປຸ່ນເຊິ່ງຄັດເລືອກຈາກບຸກຄົນທີ່ໄດ້ປະກອບສ່ວນທາງທຸລະກິດ ແລະ ສັງຄົມ ລະຫວ່າງຍ່ີປຸ່ນ ແລະ ລາວ ໂດຍພິທີດັ່ງກ່າວໄດ້ຈັດຂຶ້ນທີ່ເຮືອນຂອງທ່ານທູດຍີ່ປຸ່ນໃນນະຄອນຫລວງວຽງຈັນ.

ໃນໂອກາດນີ້, ທ່ານ ທາເຄຊິ ຮິຄິຮາຣະ ໄດ້ສະແດງ ຄວາມຊົມເຊີຍຕໍ່ທ່ານເຂັມຊາດ ທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການແລກປ່ຽນທາງເສດຖະກິດລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ແລະ ເສີມຂະຫຍາຍສາຍພົວພັນດຕະພາບລະຫວ່າງສອງປະເທດໂດຍຜ່ານການສົ່ງເສີມ ກິລາຢູໂດ (ສິລະປະປ້ອງກັນໂຕຂອງຍີ່ປຸ່ນ) ໃນ ສປປ ລາວ.

ທ່ານ ເຂັມຊາດ ພິລາພັນເດຊ ເກີດໃນປີ 1950 ແລະ ພາຍຫລັງສໍາເລັດການສຶກສາຈາກມະຫາວິທະຍາໄລ Kinki ປະເທດຍີ່ປຸ່ນໃນປີ1974 ແລ້ວ, ທ່ານໄດ້ນໍາຄວາມຮູ້ ແລະ ປະສົບການມາດໍາເນີນທຸລະກິດ ໂດຍໄດ້ຮ່ວມທຸລະກິດກັບບໍລິສັດຍີ່ປຸ່ນຫລາຍແຫ່ງ.

ໃນຊຸມປີ 1992 ທ່ານໄດ້ປະຕິບັດຫນ້າທີ່ເປັນປະທານບໍລິສັດ ລາວ ໂຕໂຢຕ້າບໍລິການ ຈໍາກັດ ແລະ ໄດ້ສະຫນັບສະຫນູນ ພ້ອມໃຫ້ຄວາມສະດວກໃຫ້ແກ່ສາຍພົວພັນທຸລະກິດລະຫວ່າງຍີ່ປຸ່ນ ແລະ ລາວ ໂດຍຜ່ານການສ້າງຄວາມເຊື່ອຫມັ້ນດ້ານຄຸນນະພາບຂອງສິນຄ້າ ແລະ ບໍລິການໃນ ສປປ ລາວ.

ນອກຈາກນີ້ ທ່ານຍັງໄດ້ສົ່ງເສີມກິລາຢູໂດມາເປັນເວລາຫລາຍປີ ແລະ ໄດ້ປະຕິບັດຫນ້າທີ່ເປັນປະທານສະຫະພັນຢູໂດລາວ ມາແຕ່ປີ 2004 ແລະ ໃນປີ 2012 ທ່ານໄດ້ມີໂອກາດຕ້ອນຮັບອົງມົງກຸດ ຣາຊະກຸມມານ ແຫ່ງຍີ່ປຸ່ນໃນລະຫວ່າງທີ່ພະອົງສະເດັດ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການທີ່ສູນບູໂດໃນນະຄອນຫລວງວຽງຈັນ ເພື່ອສາທິດທັກສະກິລາຢູໂດ.

ນອກນັ້ນໃນປີ 2014, ທ່ານໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດແຫ່ງຍີ່ປຸ່ນ ເພື່ອຍ້ອງຍໍຜົນງານການປະກອບສ່ວນອັນມີຄ່າເຂົ້າໃນການສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈຮ່ວມກັນລະຫວ່າງປະຊາຊົນຍີ່ປຸ່ນ ແລະ ລາວ ໂດຍຜ່ານການສົ່ງເສີມກິລາຢູໂດໃນລາວ.

ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ເຄນທອງ ນວນທະສິງປະທານຄະນະລັດຖະສະພາມິດຕະພາບລາວ-ຍີປຸ່ນ, ທ່ານ ດຣ ປອນເມກ ດາລາລອຍ ອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ທີ່​ມາ: ລາວ​ພັດ​ທະ​ນາ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້