Friday, November 7, 2025
Kbank Laos โอน รับ จ่าย

​ຍິນ​ດີ​ນຳ! ນັກສຶກສາລາວ ໄດ້ຮັບທຶນການສຶກສາໄປຮຽນຕໍ່ທີ່ປະເທດຝຣັ່ງ

ບໍລິສັດໄຟຟ້ານໍ້າເທີນ 2 ຈະມອບທຶນການສຶກສາ ໃຫ້ນັກສຶກສາລາວ ຈຳນວນ 3 ທຶນ ໃນປີ 2019 ພາຍໃຕ້ໂຄງການ “ທຶນການສຶກສາເພື່ອອານາຄົດ” ເຊິ່ງການສອບເສັງຄັດເລືອກ ຄັ້ງທຳອິດໄດ້ຈັດຂຶ້ນໃນວັນທີ 30 ພະຈິກ 2018 ຜ່ານມາ ຢູ່ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ຜ່ານການສອບເສັງຄັດເລືອກ ສາມາດຄັດເລືອກນັກຮຽນສາຍພາສາຝຣັ່ງ ໄດ້ທັງໝົດ 9 ຄົນ ຫລັງຈາກນັ້ນ, ຈະຄັດເລືອກເອົາ 3 ຄົນ ໃນຕົ້ນເດືອນກຸມພາ ທີ່ຈະມາເຖິງນີ້ ເພື່ອໄປສຶກສາຕໍ່ທີ່ປະເທດຝຣັ່ງ ໃນເດືອນກັນຍາ 2019 ເປັນເວລາ 2 ປີ ຢູ່ມະຫາວິທະຍາໄລ ເຕັກໂນໂລຊີ ຂອງຝຣັ່ງ ໃນລະດັບຊັ້ນສູງ.

ນອກນັ້ນ, ພວກເຂົາຍັງສາມາດຮຽນຕໍ່ໄດ້ອີກ 1 ປີ ເພື່ອໃຫ້ບັນລຸເຖິງລະດັບປະລິນ ຍາຕີ. ພ້ອມດຽວກັນນັ້ນ, ບໍລິສັດໄຟຟ້ານໍ້າເທີນ 2 ຍັງໄດ້ຄັດເລືອກເອົານັກສຶກສາລາວ ທີ່ບໍ່ແມ່ນນັກ ຮຽນສາຍພາສາຝຣັ່ງ 12 ຄົນ ມາຮຽນພາສາຝຣັ່ງ ຢູ່ສະຖາບັນຝຣັ່ງ ນະຄອນຫລວງວຽງຈັນ, ເປັນເວລາ 1 ປີ ຈາກນັ້ນ ຈະໄດ້ຄັດເລືອກເອົາ 2 ຄົນ ເພື່ອໄປສຶກສາຕໍ່ທີ່ປະເທດຝຣັ່ງ ໃນປີ 2020.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.