
ບາງຄົນອາດຄິດວ່າ ໂສມນັ້ນ, ມີແຕ່ເກີດຢູ່ໃນແດນກິມຈິພຽງປະເທດດຽວເທົ່ານັ້ນ! ຫຼືຄິດວ່າ ເກີດສະເພາະແຕ່ປະເທດທີ່ອາກາດໜາວໆ ໂດຍສະເພາະ!.

ແຕ່ເຈົ້າອາດຈະຄິດຜິດ “ຢູ່ເມືອງລາວເຮົາ ກໍມີໂສມຄືກັນ”
ແລະໂສມ ເມືອງລາວນັ້ນ ຄຸນນະພາບບໍ່ແພ້ຊາດໃດໃນໂລກ!

ທົ່ວພູມິພາກປະເທດລາວ ມີພຽງເມືອງດຽວເທົ່ານັ້ນ ທີ່ມີໂສມ ກໍຄືເມືອງດາກຈຶງ ແຂວງເຊກອງ ທີ່ສາມາດປູກໂສມໄດ້ຄືກັບປະເທດເກົາຫລີ,ຍີ່ປຸ່ນ ແລະ ຈີນ.

ແຕ່ໂສມປູກຢູ່ເມືອງດາກຈຶງ ເປັນສົມທີ່ມີຄຸນນະພາບດີທີ່ສຸດໃນໂລກ
ແລະມີນັກຂ່າວຄົນໜຶ່ງ ທີ່ໄດ້ມີໂອກາດໄດ້ລົມກັບແມ່ຄ້າຂາຍໂສມ ແລະ ເພິ່ນໄດ້ອະທິບາຍສັບພະຄຸນສາລະພັດປະໂຫຍດຈົດໃສ່ປຶ້ມນໍາກໍບໍ່ທັນ.
ເປັນແນວໃດນັ້ນ, ສາມາດຊົມຄລິບລຸ່ມນີ້ໄດ້:
ທີ່ມາ: Keutkhuanchai