ເຊີນຊວນຄົນໄທທີ່ອາ​ໄສຢູ່ໃນ ສປປລາວ ໄປໃຊ້ສິດເລືອກຕັ້ງ

ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ນະ​ຄອນ​ຫຼວງວຽງ​ຈັນ ຂໍ​ເຊີນ​ຊວນ​ຄົນ​ໄທ ທີ່​ມີ​ສິດ​ເລືອກ​ຕັ້ງ ແລະ​ພຳ​ນັກ​ຢູ່​ໃນ ສ​ປ​ປ​ລາວ ຂໍ​ໃຫ້​ໄປ​ລົງ​ທະ​ບຽນ​ ຂໍ​ໃຊ້​ສິດ​ເລືອກ​ຕັ້ງ​ນອກ​ລາ​ຊະ​ອະ​ນາ​ຈັກ ​ທີ່ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ນະ​ຄອນ​ຫຼວງວຽງ​ຈັນ ມີ​ລາຍ​ລະ​ອຽດ​ດັ່ງ​ນີ້:

  1. ລະ​ບົບ​ລົງ​ທະ​ບຽນ ຈະ​ເປີດ​ລະ​ຫວ່າງວັນ​ທີ່ 28ມັງ​ກອນ – 19 ກຸມ​ພາ 2019 ໂດຍ​ໃຫ້​ເລືອກ​ລົງ​ທະ​ບຽນ​ຕາມ​ຊ່ອງ​ທາງ​ໃດ​ໜຶ່ງ ດັ່ງ​ນີ້:
  • ລົງ​ທະ​ບຽນ​ອອນ​ລາຍດ້ວຍ​ຕົນ​ເອງ ທີ່​ເວ​ບ​ໄຊ www.khonthai.com ແຕ່ຕ້ອງມີເອກະສານ:
  1. ບັດປະຈຳຕົວປະຊາຊົນ ລຸ່ນທີ່ມີໄມໂຄຊິບ
  2. ໜັງສືເດີນທາງທີ່ຍັງບໍ່ທັນໝົດອາຍຸ (ວິທີນີ້ໄວທີ່ສຸດ).
  • ລົງທະບຽນດ້ວຍຕົນເອງໃນ ວັນແລະເວລາລາຊະການ ໄດ້ທີ່:
  1. ສະຖານເອກອັກຄະລັດຖະທູດ ທີ່ນະຄອນຫຼວງວຽງຈັນ (ຝ່າຍກົງສຸນ) ເລກທີ່ 15 ບ້ານໂພນສີນວນ ຖະໜົນ ບຸລີຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
  2. ສະຖານກົງສຸນໃຫຍ່ ທີ່ແຂວງສະຫວັນນະເຂດ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.
    ຕ້ອງຍື່ນສະແດງຫຼັກຖານດັ່ງນີ້:
  • ບັດປະຈຳຕົວປະຊາຊົນ.
  • ໜັງສືເດີນທາງ.
  • ເອກະສານອື່ນໆທາງລາຊະການໄທ ທີ່ປາກົດຮູບຖ່າຍ ແລະເລກປະຈຳຕົວປະຊາຊົນທາງໄປຊະນີ ຫຼືເຮັດໜັງສືມອບອຳນາດໃຫ້ບຸກຄົນອື່ນດຳເນີນການແທນ.
  • ຜູ້ມີສິດເລືອກຕັ້ງນອກລາຊະອານາຈັກ ຕ້ອງໄດ້ລົງທະບຽນໃຊ້ສິດໃໝ່ທຸກຄົນ.
  • ຜູ້ມີສິດເລືອກຕັ້ງ ຕ້ອງເປັນຄົນສັນຊາດໄທ ອາຍຸ 18 ຂຶ້ນໄປ.

ທີ່​ມາ​: Royal Thai Embassy, Vientiane

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,