Sunday, May 25, 2025
Kbank Laos โอน รับ จ่าย

ໝາກ​ກ້ຽງກາສີ-​ວັງ​ວຽງ ຊະ​ນະ​ໄທ ຈີນ ຫຽດ​ນາມ ​ຂາດ​ຮອຍ ທີ່​ປອດ​ສານ​ພິດ ປະ​ຊາ​ຊົນ​ນິ​ຍົມ​ຊື້

ເຫັນພາບສະດຸດຕາແລະຕະການຕາແນວນີ້ ​ພວກ​ເຮົາ​ຕ່າງກໍດີໃຈຫລາຍທີ່ພີ່ນ້ອງວັງວຽງກາສີພວກເຮົາມີສິນຄ້າດີໆປອດສານພິດທີ່ມີລາຍຮັບໃຫ້ພີ່ນ້ອງເຮົາຫລາຍຂຶິິ້ນລື່ນປີກາຍແລະຄວນຂະຫຍາຍຕື່ມເພື່ອເພີ້ມປະລິມານແລະຄຸນນະພາບ.

ອັນສຳຄັນທີ່ພາກພູມໃຈແມ່ນເປັນສິນຄ້າທີ່ປອດສານຜິດສາມາດແຂ່ງຂັນແລະເອົາຊະນະໝາກກ້ຽງຈາກໄທ,ຫວຽດນາມແລະຈີນທີ່ເຄີຍຄອງຕະຫລາດບ້ານເຮົາມາຍາວນານ ແລະທຳລາຍສຸຂະພາບຄົນລາວເຮົາບໍ່ຈັກວ່າທໍ່ໃດ.

ສະນັ້ນ,ຂໍໃຫ້ກະຊວງກະສີກຳ ແລະປ່າໄມ້ແລະກະຊວງອຸດສາຫະກຳ ຄົ້ນຄິດພິຈາລະນາເຮັດແນວໃດໃຫ້ຄວາມຮູ້ແລະຊ່ວຍເຫລືອໃນການຮັກສາທັງແປຮູບ ໃຫ້ເປັນຜະລິຕະພັນສຳເລັດຮູບຂະນະດຽວກັນ ກໍຄວນຊອກຕະຫລາດທັງພາຍໃນ ແລະຕ່າງປະເທດເພື່ອເອົາສິນຄ້າປະເພດນີ້ໄປຂາຍໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງຖືວ່າແມ່ນແຫລ່ງລາຍຮັບທີ່ບໍ່ບົກແຫ້ງເປັນຈັກເທື່ອ ແລະເປັນມິດກັບສະພາບແວດລ້ອມຢ່າງຢືນຍົງຕະຫລອດໄປ.

Cr. Nonglath Sipha

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.