Friday, April 18, 2025

​AFD ເປີດກອງ​ປະ​ຊຸມປົກ​ປັກ​ຮັກ​ສາ​ແລະ​ພັດ​ທະ​ນາມໍລະດົກໂລກ​ຢູ່​ສອງ​ແຂວງ​ພາກ​ໃຕ​້

ເຊົ້າມື້ນີ້ ທີ່ຫ້ອງການມໍລະດົກໂລກວັດພູຈຳປາສັກ ອົງການ AFD ປະເທດຝຣັ່ງ ຈັດກອງປະຊຸມປຶກສາຫາລືແລກປ່ຽນຄຳຄິດເຫັນກ່ຽວກັບການສ້າງແຜນໂຄງການຮ່ວມມືໃນການປົກປັກຮັກສາ ແລະ ພັດທະນາມໍລະດົກວັດວັດທະນະທຳຢູ່ພື້ນທີ່ມໍລະດົກໂລກວັດພູຈຳປາສັກ ແລະ ແຫຼ່ງບູຮານສະຖານ ມໍລະດົກວັດທະນະທຳອັນລໍ້າຄ່າຢູ່ແຂວງສະຫວັນນະເຂດ.

ຜູ້ຕາງໜ້າອົງການ AFD ຈາກປາຣີ ປະເທດຝຣັ່ງ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ ການສຶກສາຄົ້ນຄວ້າ ແລະ ວາງແຜນທີ່ຈະໃຫ້ການຊ່ວຍເຫຼືອຫ້ອງການມໍລະດົກໂລກວັດພູຈຳປາສັກ ແລະ ພະແນກ ຖວທ ແຂວງສະຫວັນນະເຂດ ສຳລັບວຽກງານການປົກປັກຮັກສາມໍລະດົກວັດທະນະທຳຄັ້ງນີ້ ລວມມູນຄ່າການຊ່ວຍເຫຼືອປະມານ 600 ລ້ານກວ່າເອີໂຣ ຊຶ່ງຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ນັບຈາກທ້າຍປີ 2019 ນີ້ເປັນຕົ້ນໄປ. 

Cr. ສາລາກາວີ ງົວ ແລະ ກວຽນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.