Sunday, January 19, 2025

ມາ​ຮູ້​ນຳ​ກັນ ​ເມືອງວັງ​ວຽງ ຍັງ​ເປັນ​ຈຸດ​ໝາຍ​ສຳ​ຄັນຂອງ​ນັກທ່ອງ​ທ່ຽວ​ຢູ່​ຫຼືບໍ່?

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງວັງວຽງ ໄດ້ກ່າວວ່າ: ປັດຈຸບັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ອງທ່ຽວຢູ່ ເມືອງ ວັງວຽງຂອງພວກເຮົາແມ່ນນັບມື້ເພີ່ມຂຶ້ນ.

ຈາກຕົວເລກໃນປີ 2017 ມີຈຳນວນໜຶ່ງແສນ ແປດສິບພັນກວ່າຄົນຂຶ້ນມາເປັນສອງ ແສນກວ່າ ຄົນໃນປີ 2018 ແລະ 50% ຂອງ ຈຳນວນລາຍຮັບຂອງ ເມືອງ ກໍແມ່ນໄດ້ມາຈາກການທ່ອງທ່ຽວ.

ມາຮອດປັດຈຸບັນນີ້, ຖືວ່າ ປະຊາຊົນລາວບັນດາເຜົ່າໃນທົ່ວເມືອງຂອງພວກເຮົາແມ່ນຮູ້ຈັກການຄ້າການຂາຍ, ຮູ້  ຜະລິດສິນຄ້າໂດຍຫັນເອົາ  ອາຊີບຈາກການເປັນຊາວໄຮ່ຊາວນາມາແຕ່ເຊັ່ນພໍ່ເຊັ່ນ ແມ່ກາຍມາເປັນຜູ້ປະກອບການຫາລາຍໄດ້ຈາກ ການທ່ອງທ່ຽວເປັນຕົ້ນນັບ ແຕ່ທ້າງຮ້ານ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ການບໍລິການກິນດື່ມຫລື ວ່າຜະລິດ ແລະ ນຳເອົາສິນ ຄ້າຫັດຖະກຳ, ກະສິກຳອື່ນໆ ມາຈຳໜ່າຍໃຫ້ນັກທ່ອງ ທ່ຽວນັບມື້ນັບຫລາຍອັນໄດ້ ຊ່ວຍໃຫ້ເຂົາເຈົ້າມີລາຍຮັບ ເພີ່ມຂຶ້ນໃນແຕ່ລະປີ.

ນອກຈາກນີ້ແລ້ວ, ເພື່ອ ດຶງດູດນັກທ່ອງທ່ຽວໃຫ້ ອວ່າຍໜ້າເຂົ້າມາທ່ຽວເມືອງວັງວຽງທາງອຳນາດການ ປົກຄອງເມືອງກໍໄດ້ສົມທົບ ກັບໜ່ວຍງານກ່ຽວຂ້ອງ ພ້ອມກັນສ້າງກິດຈະກຳຕ່າງໆ ໄດ້ຫລາກຫລາຍສີສັນເປັນຕົ້ນໃນປີຜ່ານມາ ກໍ ໄດ້ຈັດເທສະການດົນຕຣີ, ແຫ່ນາງສັງຂານ, ເຮັດບຸນປະເພນີຕາມຮີດສິບສອງຄອງສິບສີ່ຈະກຳອື່ນໆ ທີ່    ສອດຄ່ອງກັບຈຸດພິເສດຂອງທ້ອງຖິ່ນ.

ຜ່ານການຈັດກິດຈະກຳຕ່າງໆ ກໍສາມາດດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ເມືອງເນື້ອຫອມແຫ່ງນີ້ ໄດ້ຢ່າງຫລວງຫລາຍຕົວຢ່າງປີ 2017 ເມືອງໄດ້ຈັດ ເທສະການດົນຕຣີກໍມີນັກທ່ອງທ່ຽວ ເຂົ້າມາເບິ່ງມາ ຊົມຈົນແອອັດ, ເຮືອນພັກໂຮງແຮມກໍລົ້ນຈົນແຂກໄດ້ໄປ ຂໍພັກນຳເຮືອນປະຊາຊົນ, ພັກຕາມວັດວາອາຮາ ຫລື ວ່າ ຕັ້ງຕູບຕັ້ງເຕັ້ນນອນວ່າຊັ້ນ!.

ເມື່ອຕັ້ງໂຈດກັນວ່າ, ເປັນຫຍັງ? ເມືອງວັງວຽງ ຈຶ່ງເປັນເມືອງເນື້ອຫອມຂອງນັກທ່ອງທ່ຽວ? ກໍເພາະວ່າ ເມືອງ ວັງວຽງສວຍງາມ ໄປດ້ວຍທຳມະຊາດ, ອາກາດ ສົດຊື່ນ, ພູຜາປ່າດົງ, ແມ່ນ້ຳລຳເຊ, ຖ້ຳຮູພູເຂົ້ານັ້ນລະເປັນສິ່ງດຶງດູດນັກທ່ອງທ່ຽວທັງຫລາຍເຂົ້າມານັບມື້ນັບຫລາຍ.

ນອກຈາກທຳມະຊາດ ທີ່ເອື້ອອຳນວຍແລ້ວ, ທາງດ້ານວັດທະນະທຳ-ສັງຄົມ ວິຖີຊີວິດຂອງປະຊາຊົນ ບັນດາເຜົ່າກໍແມ່ນອີກສິ່ງ ໜຶ່ງທີ່ເປັນຕົວປະດັບໃຫ້ ນັກທ່ອງທ່ຽວທັງຫລາຍ ພາກັນເພີດເພີນຫລົງໄຫລ ແລະ ຕິດໃຈ.

ແຕ່ເຖິງປານນັ້ນ ກໍຕາມ, ພວກເຮົາກໍບໍ່ສາມາດປະຕິ ເສດໄດ້ ຕໍ່ຈຸດອ່ອນຄ້າງຄາ ທີ່ຕ້ອງໄດ້ ແກ້ໄຂຢ່າງສຸດຂີດເປັນຕົ້ນວ່າ: ການຮັກສາ ສິ່ງແວດລ້ອມ, ການບໍລິການຊັກຊ້າເຢີບໆຢາບໆ, ຄ່າອາ ຫານແພງເກີນກຳນົດ ແລະ ອື່ນໆ ອັນເກີດມາຈາກຜູ້ປະ ກອບການຈຳນວນໜຶ່ງ ຝ່າຝືນ ແລະ ລະເມີດລະບຽບ.

ທ່ານ ເຈົ້າເມືອງເວົ້າວ່າ: ເຖິງວ່າໃນຜ່ານມາ, ຖ້າຜູ້ໃດລະເມີດທາງການກໍໄດ້ ເອີ້ນມາຕັກເຕືອນຖ້າຍັງຝ່າ ຝືນກໍປັບໄໝ ຫລື ຮ້າຍແຮງ ກວ່ານັ້ນກໍແມ່ນສັ່ງໃຫ້ຢຸດກິດຈະການໄປເລີຍ.

ເຖິງຢ່າງໃດກໍດີ, ຕາມທິດກ່ຳ ວ່າຜ່ານການໄປ ເຫັນຕົວຈິງ, ທັງໄດ້ສຳພັດເບິ່ງ ພາບ ລວມແລ້ວເຫັນວ່າຍັງມີຫລາຍຢ່າງທີ່ອຳນາດການປົກຄອງທ້ອງຖິ່ນ ຫລື ວ່າ ພາກສ່ວນກ້ຽວຂ້ອງ  ຕ້ອງໄດ້ພ້ອມກັນແກ້ເຊັ່ນວ່າ ບັນຫາການປຸກສ້າງຮ້ານອາຫານຍັງ ເຫັນຮ້ານໜຶ່ງ  ທີ່ໃຫຍ່ ແລະ ໄດ້ປຸກເຍີ້ນ ອອກໄປກິນເນື້ອທີ່ຂອງນ້ຳ ຊອງເກືອບເຄິ່ງແມ່ນ້ຳ, ເຫັນນ້ຳຊອງຂ້ອນຂ້າງຂຸ້ນ ແລະ ບົກແຫ້ງ ບໍ່ໄສໄຫລເຢັນຄືແຕ່ກ່ອນ.

ນອກຈາກການຮັກສາສິ່ງແວດລ້ອມໃຫ້ຍືນຍົງແລ້ວ, ທາງດ້ານພື້ນຖານໂຄງລ່າງກໍຕ້ອງໄດ້ປັບປຸງໃຫ້ດີ ແລະ ເປັນມາດຕະຖານກວ່າເກົ່າ ເຊັ່ນຖະໜົນຫົນທາງຕ້ອງສະອາດຈົບງາມ, ບໍ່ໃຫ້ມີຂີ້ຝຸ່ນໄງ່ກຸ້ມຕາມຕົວເມືອງ,  ເສັ້ນທາງສາຍຕ່າງໆ ໃນເທສະບານ ເມືອງບໍ່ໃຫ້ ມີບວກຂຸມຈົນເກີນເຫດ.

ການປຸກສ້າງຫ້າງຮ້ານລຽບຕາມແຄມນ້ຳຊອງ ຫລື ຕາມເທສະບານເມືອງຕ້ອງ ມີການກຳນົດ ແລະ ມີມາດ ຕະການຢ່າງເດັດຂາດຕໍ່ຜູ້ລະເມີດ. ເທົ່າທີ່ທິດກ່ຳເຫັນຕົວຈິງເບິ່ງຢ່າງໜຶ່ງຄືທັນໃຜທັນ ເຮັດເວົ້າເຖິງລາຍຮັບຈາກການທ່ອງທ່ຽວກໍປະກົດວ່າ ໄດ້ດີຢູ່ແຕ່ການພັດທະນາພື້ນ ຖານໂຄງລ່າງ ແມ່ນຍັງບໍ່ທັນ ໂດດເດັ່ນ ແລະ ກົມກຶນ.

ທີ່​ມາ​ຂໍ້​ມູນ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: