ບໍ່​ທຳ​ມະ​ດາ! ລາວໄດ້​ຮັບ​ນົກ​ແອ່ນ ​ຍັກ Yak – 130 ສິບລຳ ຈາກ ຣັດເຊຍ

ໜັງສືພິມ ຄອມເມີສັນຂອງຣັດເຊຍ ໄດ້ໃຫ້ຮູ້ວ່າ ສປປ.ລາວ ຈະໄດ້ຮັບ ຍົນ Yak – 130 ເຊິ່ງເປັນຍົນຝຶກ ແລະ ສູ້ຮົບຊະ​ນິດເບົາທີ່ຜະລິດຈາກໂຮງງານບໍລິສັດ Irkut Corporation ຢູ່ Irkutsk ຈຳນວນ 10 ລຳ ພ້ອມທັງອາໄຫຼ່, ອາວຸດໂຈມຕີ, ອຸປະກອນພື້ນດິນ ແລະ ການເຝິກອົບຮົມ.

ເຊິ່ງຍົນ Yak – 130 ຈຳນວນ 4 ລຳ ໃນຈຳນວນດັ່ງກ່າວ ແມ່ນມາຮອດສປປ.ລາວແລ້ວ ດ້ວຍຍົນລຳລຽງ Il-76TD ໃນເດືອນທັນວາຜ່ານມາ ຕາມສັນຍາລະຫວ່າງສອງລັດຖະບານທີ່ເຊັນກັນໃນເດືອນສິງຫາ 2017 ກ່ອນທີ່ຈະຖືກປະກອບ ແລະ ບິນຈວດນຳຂະບວນສວນສະໜາມໃນມື້ສະເຫຼີມສະຫຼອງວັນຄົບຮອບ 70 ປີການສ້າງຕັ້ງກອງທັບປະຊາຊົນລາວ ໃນວັນທີ 20 ມັງກອນ ຜ່ານມາ. 

ສະຫະພັນຣັດເຊຍ ໄດ້ສົ່ງຍົນ Yak – 130 ແລະ ລົດຕັງ T-72B1 ຍັງບໍ່ທັນຮູ້ຈຳນວນທີ່ແນ່ນອນ ແລກກັບລົດຕັງ T-34 ທີ່ມີຊື່ສຽງໃນສະ​ໄໝສົງຄາມໂລກຄັ້ງທີ II ຈຳນວນ 30 ລຳ ທີ່ສປປ.ລາວ ໄດ້ສົ່ງຄືນໃຫ້ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນສິ້ນສຸດການປິດລ້ອມເມືອງເລນິນກຼາດຂອງພວກນາຊີເຢຍລະມັນ ຄົບຮອບ 75 ປີ ແລະ ເພື່ອສະແດງຮູບເງົາສົງຄາມໂລກຄັ້ງທີ 2.

ລາວເປັນປະເທດທີ 5 ທີ່ສັ່ງຊື້ຍົນ Yak – 130 ຖັດຈາກ ອານເຊີຣີ, ບັງກຼາເດດ, ມຽນມາ, ແລະ ເບລາຣູດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...