ຂໍ​ໃຫ້​ລຸ​ລ່ວງ! ໂຍທາເລັ່ງແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ພວມເລັ່ງຈັດລະບຽບການສັນຈອນບາງເສັ້ນທາງຄືນໃໝ່ ໂດຍການຕິດປ້າຍສັນຍານ ແລະ ເຄື່ອງໝາຍຈະລາ ຈອນຕາມເສັ້ນທາງ ເພື່ອຫລຸດຜ່ອນການສັນຈອນແອອັດໃນຕົວເມືອງ, ທັງປູກຈິດສຳນຶກໃນການຂັບຂີ່ປອດໄພໃຫ້ນັກຮຽນ, ນັກສຶກສາ ຕະຫລອດຮອດປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນມີສະຕິຕື່ນຕົວປະຕິບັດລະບຽບການຈະລາຈອນໃຫ້ດີຂຶ້ນ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມສາມັນຄົບຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 14 ໃນວັນທີ 31 ມັງກອນນີ້ວ່າ: ໃນໄລຍະຜ່ານມາ ກະຊວງ ຍທຂ ໄດ້ນຳພາປັບປຸງຄຸນນະພາບ ແລະ ຄວາມປອດໄພການຂົນສົ່ງໂດຍສານ ແລະ ການຂົນສົ່ງສິນຄ້າ ດ້ວຍການຄົ້ນຄວ້າຮ່າງນິຕິກຳຕ່າງໆ ພ້ອມທັງຂະຫຍາຍການບໍລິການຂົນສົ່ງໃຫ້ໄປທົ່ວເຖິງໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບບັນດາປະເທດໃກ້ຄຽງຕາມສັນຍາສອງຝ່າຍຄື: ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ, ລາວ-ກຳປູເຈຍ.

ປັດຈຸບັນ ມີລົດຂົນສົ່ງໂດຍສານປະຈຳທາງລະຫວ່າງແຂວງທັງໝົດ 71 ສາຍທາງ ແລະ ສາຍທາງຂົນສົ່ງລະຫວ່າງປະເທດມີ 83 ສາຍທາງ. ພ້ອມດຽວກັນນັ້ນ, ຍັງໄດ້ປັບປຸງຫັນການຄຸ້ມຄອງພາຫະນະ ແລະ ການຂັບຂີ່ເປັນທັນສະໄໝນຳໃຊ້ລະບົບໄອທີຄຸ້ມຄອງ ແລະ ເຊັນບົດບັນທຶກຄວາມເຂົ້າໃຈກັບກົມພາສີເພື່ອເຊື່ອມຕໍ່ລະບົບການແຈ້ງພາສີປະຕູດຽວໃນການອະນຸຍາດເຕັກນິກພາຫະນະ ແລະ ອື່ນໆ.

ທີ່​ມາ: ໜັງ​ສື​ພິມ​ ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,