ສະ​ຖາ​ບັນ​ແຮງ​ງານ​ນາ​ນາ​ຊາດ​ໄທ ຈັດ​ເຝິກ​ອົບ​ຮົມໃຫ້​ແກ່ຝີ​ມື​ແຮງ​ງານ​ລາວ

ສະ​ຖາ​ບັນ​ພັດ​ທະ​ນາ​ຝີ​ມື​ແຮງ​ງານ​ນາ​ນາ​ຊາດ ​ໄດ້ຈັດ​ເຝິກ​ອົບ​ຮົມ ​ລະ​ຫວ່າງວັນ​ທີ່ 21-25 ມັງ​ກອນ ທີ່​ຈັງ​ຫວັດ​ຊຽງ​ຣາຍ ປະ​ເທດ​ໄທ. ເພື່ອ​ພັດ​ທະ​ນາ​ຝີ​ມື​ແຮງ​ງານ​ນາ​ນາ​ຊາດ ໃນ​ການພັດ​ທະ​ນາ​ຄວາມ​ຮ່ວມ​ມື​ທາງດດ້ານ​ເສດ​ຖະ​ກິດ ໃນ​ອະ​ນຸ​ພູ​ມິ​ພາກ​ລຸ່ມ​ແມ່​ນ້ຳ​ຂອງ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມທັງ​ໝົດ 17 ຄົນ. ໃນ​ຫົວ​ຂໍ້ “ການ​ປະ​ຍຸກ​ໃຊ້​ງານ​ໄມ​ໂຄ​ຣ​ຄອນ​ໂທ​ຣ​ເລີ​ພື້ນ​ຖານດ້ວຍ Arduino Board (Microcontroller Basic with Arduino Board ).

ຜູ້​ເຂົ້າ​ຮ່ວມ​ເຝິກ​ອົບ​ຮົມ​ເຫຼົ່າ​ນີ້, ເປັນ​ຕົວ​ແທນ​ມາ​ຈາກ​ພາກ​ລັດ ແລະ​ພາກ​ທຸ​ລະ​ກິດ​ຕ່າງໆ ເຊັ່ນ: ກຸ່ມ​ບໍ​ລິ​ສັດ ມາ​ລີ​ນີ, ບໍ​ລິ​ສັດ​ໄອ​ທີ​ຊ໋ອບ, ບໍ​ລິ​ສັດ​ ຫຼວງ​ປະ​ເສີດກໍ່​ສ້າງ, ບໍ​ລິ​ສັດ​ ສົ່ງ​ເສີມ​ກະ​ສິ​ກຳ​ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ, ວິ​ທະ​ຍາ​ໄລ​ສະ​ຫວັນ​ນະ​ເຂດ​ບໍ​ລິ​ຫານ​ທຸ​ລະ​ກິດ, Laoio Company, ທະ​ນາ​ຄານ​ພັດ​ທະ​ນາ​ລາວ ແລະ​ພາກ​ສ່ວນ​ອື່ນ​ນຳ​ດ້ວຍ.

ໃນ​ນີ້, ຜູ້​ເຂົ້າ​ເຝິກ​ອົບ​ຮົມ ໄດ້​ຮຽນ​ຮູ້​ຫຼັກ​ຂອງ​ການ​ທຳ​ງານ ສາ​ມາດ​ຂຽນ​ໂປ​ຣ​ແກຼມ ເພື່ອ​ທຳ​ງານ​ຮ່ວມ​ກັບ​ບອດ Arduino ແລະ​ສາ​ມາດ​ນຳ​ບອດ​ໄປ​ຕໍ່​ໃຊ້​ງານ ໃນ​ການ​ຄວບ​ຄຸມ​ອຸ​ປະ​ກອນ​ຕ່າງໆ​ໄດ້. ຕົວ​ຢ່າງ​ໃນ​ການ​ປະ​ຍຸກ​ໃຊ້ Arduino ໃນ​ຊີ​ວິດ​ປະ​ຈຳ​ວັນ ເຊັ່ນ ລະ​ບົບ​ເປີດ-ປິດ​ໄຟ​ໃນ​ບ້ານ​ອັດ​ຕະ​ໂນ​ມັດ, ລະ​ບົບ​ນ້ຳ​ຫົດ​ດອກ​ໄມ້​ອັດ​ຕະ​ໂນ​ມັດ, ລະ​ບົບ​ເປີດ-ປິດ ປະ​ຕູ​ອັດ​ຕະ​ໂນ​ມັດ, ລະ​ບົບ​ເຄື່ອງ​ຊັກ​ຜ້າ​ຢອກ​ຫຼຽນ ຫຼື​ໃຊ້​ຄວບ​ຄຸມ​ຄວາມ​ໄວ ແລະ​ທິດ​ທາງ​ການ​ໝຸນ​ຂອງ​ມໍ​ເຕີ້ ແລະ​ອື່ນໆ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...