Sunday, November 16, 2025
Kbank Laos โอน รับ จ่าย

ຍ້ອນ​ເຫດ​ຜົນ​ນີ້! ​ປະ​ຊາ​ຊົນ​ລາວ​ຈຶ່ງ​ຮັກ ລຸງ​ໜູ​ຮັກ ພູມ​ສະ​ຫວັນ​ ສຸດ​ອົກ​ສຸດ​ໃຈ!

ຖ້າບໍ່ບອກບໍ່ມີໃຜເຊື່ອວ່ານີ້ຄືເຮືອນຜູ້ນຳສູງສຸດຂອງສປປລາວນາມວ່າ ລຸງຫນູຮັກ ພູມສະຫວັນ.
.ສ່ຳນີ້ລຸງຍັງຈົ່ມແລ້ວວ່າ ເຮືອນເພີ່ນງາມກວ່າເຮືອນປະຊາຊົນແລ້ວ.

ສູນກາງພັກຕົກລົງຢາກສ້າງເຮືອນຫລັງໃຫຍ່ງາມໆໄຫ້ເພິ່ນແຕ່ລຸງຕອບວ່າ : ຖ້າສູນກາງພັກຢາກສ້າງເຮືອນງາມໆມູນຄ່າມະຫາສານໃຫ້ລຸງ ໃຫ້ລູກຫລານເອົາເງິນສ່ວນນີ້ໄປຊ່ວຍພໍ່ແມ່ ປຊຊລາວ ທີ່ຍັງລຳບາກຫລາຍສາ ແລະເງິນອີກຈຳນວນກໍ່ເອົາໄປຊຸກຍູ້ຊ່ວຍເຫລືອອ້າຍນ້ອງທະຫານທີ່ປະຈຳການຢູ່ແນວຫນ້າສາ ຄ້າຍທະຫານຢູ່ແນວຫນ້າຫລາຍບ່ອນກໍ່ຍັງບໍ່ຖາວອນ.ບໍ່ຄວນເອົາເງິນມະຫາສານມາເຮັດເຮືອນໃຫຍ່ງາມໃຫ້ຂ້າພະເຈົ້າດອກ.

ແດ່..105ປີ ລຸງຜູ້ຊື່ສັດ ປະທານຫນູຮັກ ພູມສະຫວັນ

ຄ​ລິບ​ວີ​ດີ​ໂອ​ກ່ຽວ​ກັບ​ປະ​ຫວັດ​ຂອງ​ເພິ່ນ:

ບາງຄວາມ​ຄິດ​ຄວາມ​ເຫັນ ຂອງ​ປະ​ຊາ​ຊົນ​ລາວ ທີ່​ສະ​ແດງ​ອອກວ່າ​ທ່ານ​ໜູ​ຮັກ​ເປັນ​ຄົນ​ແນວ​ໃດ?:

ທີ​ມາ​ຂໍ​້​ມູນ: facebook.com/817059918648585, th.wikipedia.org/wiki/หนูฮัก_พูมสะหวัน

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.