Monday, April 21, 2025

ມາ​ຮູ້​ຈັກ! ດາວທຽມ LaoSat-1 ຂອງ ສ​ປ​ປ​ລາວ

ປັດຈຸບັນມີ 5 ບໍລິສັດສົນໃຈຊື້ສັນຍານດາວທຽມຈາກໂຄງການດາວທຽມ LaoSat-1 ເພື່ອນໍາໃຊ້ເຂົ້າ 4 ຂະແໜງບໍລິການຄື: ໂທລະ ພາບ, ອິນເຕີເນັດ, ໂທລະຄົມມະນາຄົມ-ການສື່ສານ ແລະ ວິທະຍຸ ພາຍຫລັງໂຄງການດັ່ງກ່າວສໍາເລັດການປ່ອຍດາວທຽມຂຶ້ນສູ່ວົງໂຄຈອນໃນວັນທີ 21 ພະຈິກ 2015 ຜ່ານມາ.

ຈາກຜົນຂອງການປ່ອຍດາວທຽມ LaoSat-1 ດວງທໍາອິດຂຶ້ນສູ່ວົງໂຄຈອນຄັ້ງປະຫວັດສາດຂອງ ສປປ ລາວ ສົ່ງຜົນເຮັດໃຫ້ ສປປ ລາວມີສ່ວນແບງຕະຫລາດຈາກຫລາຍປະເທດເປັນຕົ້ນກໍາປູເຈຍ, ມຽນມາ, ສປ.ຈີນ, ໄທ, ອິນໂດເນເຊຍ, ມາເລຍເຊຍ, ຫວຽດນາມ ແລະ ປະເທດອື່ນໆ.

ລັດວິສາຫະກິດດາວທຽມລາວຍັງຊີ້ແຈງວ່າ: ອາຍຸການໃຊ້ງານດາວທຽມມີພຽງແຕ່ 15 ປີ ແຕ່ຄາດວ່າປະມານ 10 ປີຈະສາມາດກຸ້ມທຶນເພື່ອນໍາເອົາໄປຖົມຂຸມ, ໃຊ້ໜີ້ ແລະ ອື່ນໆ ສ່ວນອີກ 5 ປີແມ່ນຜົນກໍາໄລລວັນໆ. ປັດຈຸບັນນີ້ ລັດວິສາຫະກິດດາວທຽມລາວຍັງພົບບັນຫາຄວາມຍຸ້ງຍາກບາງຂັ້ນຕອນທີ່ທາງລັດຖະບານຍັງພິຈາລະນາ ແລະ ອຸຍາດໃຫ້ດໍາເນີນໄດ້ຢ່າງສະດວກ. ພ້ອມດຽວກັນນີ້ ສປປ ລາວມີຈຸດໄດ້ປຽບປະເທດອື່ນໆໃນ 10 ປະເທດສະມາຊິກອາຊຽນຢູ່ບ່ອນວ່າ: ອັນທີ 1 ສປປ ລາວເປັນປະເທດທີ່ບໍ່ຕິດຈອດກັບທະເລບວກກັບ ປະເທດກໍາປູເຈຍ ແລະ ມຽນມາທີ່ຍັງບໍ່ມີດາວທຽມ ເຊິ່ງຈະເຮັດໃຫ້ສອງປະເທດນີ້ສົນໃຈມາຊື້ດາວທຽມລາວຫລາຍຂຶ້ນ; ປະເທດໄທ, ຫວຽດນາມ, ອິນໂດເນເຊຍ ແລະ ມາເຊຍມີຈໍານວນລາຍການທີ່ໃຫ້ບໍລິການດ້ວຍດາວທຽມຂອງເຂົາເຈົ້າເອງເຕັມ ແລະ ມີຈໍາກັດຈະກາຍເປັນທ່າແຮງເຮັດໃຫ້ເຂົາເຈົ້າຫັນມາຊື້ດາວທຽມ ແລະ ອື່ນ.

ຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີໄດ້ວ່າ:ໂຄງການດາວທຽມລາວແມ່ນໝາກຜົນຂອງການ ຮ່ວມມືອັນຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ-ຈີນ ຈະເປັນພື້ນຖານທີ່ສຳຄັນໜຶ່ງສຳລັບ ວຽກງານໂທລະຄົມມະນາຄົມ ແລະ ການສື່ສານ, ກະຈາຍ ສຽງໂທລະພາບ ໂດຍແບ່ງອອກເປັນສອງໄລຍະຄື: ໜຶ່ງແມ່ນ ດຳເນີນການທາງດ້ານເຕັກນິກຕ່າງໆຈົນຮອດການສົ່ງດາວ ທຽມໄປໄວ້ໃນຕຳແໜ່ງໂຄຈອນ 128,5 ອົງສາຕາເວັນອອກ ຈົນສຳເລັດໃນວັນທີ 21 ພະຈິກ 2015.

ສ່ວນໄລຍະຕໍ່ມາແມ່ນການບໍລິຫານລະບົບດາວທຽມ ເພື່ອໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ດາວທຽມລາວແຊດ-1 ມີຊ່ອງສັນ ຍານທັງໝົດ 22 ຊ່ອງ ກວມເອົາ 15 ປະ ເທດອ້ອມຂ້າງ, ຈະນຳໃຊ້ເຂົ້າໃນວຽກ ງານສື່ສານຂອງພາກລັດ ແລະ ສັງຄົມທົ່ວໄປ, ການໃຫ້ເຊົ່າຊ່ອງສັນຍານແກ່ຕ່າງປະເທດ, ການບໍລິການຜ່ານດາວທຽມ ວຽກງານສື່ສານໃນເຂດຊົນນະບົດ, ບໍລິການໂທລະພາບຜ່ານດາວທຽມ, ນຳໃຊ້ສຳລັບການສຶກສາ-ການແພດທາງໄກ, ການສື່ສານໃນວຽກງານສຸກເສີນ ແລະ ອື່ນໆ.

ໂຄງການນີ້ໄດ້ມີການຮ່ວມທຶນລະ ຫວ່າງລັດຖະບານລາວກັບບັນດາບໍລິສັດ ຂອງສປ ຈີນ ເຊິ່ງລັດຖະບານລາວຖືຮຸ້ນ 45%, ບໍລິສັດຈີນ (China Asia-Pacific Mobile Telecommunications Satellite co.ltd (APMT) 35%, ບໍລັດສັດ Space Star Technology co.Ltd (SSTC) 15% ແລະ ບໍລິສັດ Asia-Pacific Satellite Technology (APST) 5%.

Cr.Aero LAOS

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.