Saturday, January 25, 2025

​ເປັນຄົນ​ວຽງ​ຈັນ​! ຢ່າລືມໄປ​ສຳ​ຜັດ​ຕາດ​ຊ້າງ ແຫ່ງ​ພູ​ເຂົາ​ຄວາຍ

ນ້ຳຕົກຕາດຊ້າງແມ່ນໜຶ່ງ ໃນບັນດາແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງເມືອງທຸລະຄົມ ແຂວງວຽງຈັນ, ຕາດຊ້າງຕັ້ງຢູ່ຕີນພູເຂົາຄວາຍຫ່າງຈາກ ທາງເລກ 10 (ທາງແບ່ງ ຂົວບ້ານນາແພງ) ເຂົ້າໄປປະມານກວ່າ 4 ກິໂລແມັດ; ຖ້າອອກຈາກນະຄອນຫລວງວຽງຈັນ ໄປຕາມທາງເລກ 10 ຜ່ານຂົວທ່າງ່ອນ ຢູ່ຫລັກກິໂລແມັດທີ 58 ມີທາງແວ່ເຂົ້າ ເບື້ອງຂວາມື​ ເປັນທາງປູຢາງຈົນຮອດ ສະຖານທີ່ພັກຜ່ອນເລີຍ.

ເສັ້ນທາງກວ່າ 4 ກິໂລແມັດເຂົ້າໄປຫານ້ຳຕົກຕາດ ຈະຜ່ານໝູ່ບ້ານນາຫວ້າ ແລະ ບ້ານໂພນມ່ວງ, ເມື່ອໃກ້ຈະຮອດຕີນພູ ມີເສັ້ນທາງຜ່ານຄູດິນສູງໃຫຍ່ ທີ່ເປັນເຂື່ອນຕັນນ້ຳ ໃນເນື້ອທີ່ຫລາຍສິບເຮັກຕາ ເພື່ອເກັບກັກນ້ຳເອົາໄວ້ໃຊ້ ເຂົ້າໃນຊົນລະປະທານ ແລະ ກໍເປັນແຫລ່ງທ່ອງທ່ຽວເຊັ່ນດຽວກັນ. ນອກຈາກ​ນີ້ຍັງ​ມີຕາດຫ້ວຍຫີນລັບ, ຫີນລາຍ ແລະ ຕາດຊາວວາ.

ນ້ຳຕົກຕາດຊ້າງ ເຖິງມັນຈະຜ່ານມາຫລາຍຮ້ອຍປີແລ້ວກໍຕາມ, ແຕ່ມັນຍັງຮັກສາຄວາມສວຍສົດງົດງາມຂອງທຳມະຊາດ ຢູ່ໃນສະພາບທີ່ບໍ່ມີ ການປ່ຽນແປງພໍເທົ່າໃດ. ເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງ ຈະມີຄວາມຮູ້ສຶກໂລດວ່າເຕັມອີ່ມກັບສະພາບແວດລ້ອມທີ່​ສວາຍ​ງາມ ​ແລະ ມີໂງ້ນຫີນ ເກາະກ່າຍນັ້ນ, ນ້ຳໃສເຢັນໆໄຫລຜ່ານຕະຫລອດ ໃນຊ່ວງລະດູຝົນ, ອ້ອມສອງຝາກຕາດຈະເຕັມໄປດ້ວຍຕົ້ນໄມ້ ໃຫຍ່-ນ້ອຍ ຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້. ເມື່ອທ່ານລອງໄປນັ່ງຫລິ້ນ ຢູ່ໂງ້ນຫີນໃນຍາມບ່າຍ, ແສງແດດຈະສອດສ່ອງມາຕາມຫວ່າງໃບໄມ້​ ແລ້ວກະທົບໃສ່ນ້ຳທີ່ເຊາະໂງ້ນຫີນ ເປັນຟອງສີຂາວເຫລື້ອມລະຢິບລະຫຍັບ ປະກາຍອອກມາເໝືອນໝູ່ດາວຢູ່ທ້ອງຟ້າ. ນອກຈາກຄວາມສວຍງາມ​ເຫລົ່າ​ນັ້ນແລ້ວ, ອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍ ມີລົມພັດຜ່ານເປັນຮູດໆ, ເໝາະສຳລັບກັບຜູ້ຄົນທີ່ ເຮັດວຽກງານໜັກໃນຫ້ອງລ້າ ຫ້ອງການ ຢາກໄປພັກຜ່ອນນັ່ງຫລິ້ນ, ກິນເຂົ້າປ່າ, ສູບອາກາດສົດ, ຊົມວິວທິບທັດທຳມະຊາດ ທີ່ຫາບ່ອນອື່ນໃດ ມາປຽບໄດ້; ເໝືອນດັ່ງ ບົດເພັງ ພູວຽງວາດທະລີສັກ ເຄີຍໄດ້ຮ້ອງເອົາໄວ້ວ່າ: ທຳມະຊາດນ້ຳຕົກຕາດຊ້າງ, ຫ້ວຍຫີນລັບ-ລາຍຊາວວາ, ພູຜາປ່າໄມ້ທີ່ຂຽວສົດຊື່ນຕະຫລອດປີ.

ທີ່​ມາ: ຂ​ປ​ລ, ຮູບ:
Xayyalath Tookkata

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ