ຂໍຂອບໃຈນຳຜູ້ສະໜັບສະໜູນ

ກິດ​ຈະ​ກຳ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ ​ເປັນ​ອີກ​ກິດຈະ​ກຳ​ໜຶ່ງ​ທີ່​ສົ່ງ​ເສີມ​ການທ່ອງທ່ຽວ​ ໃນ​ງານ​ບຸນ​ຊ້າງ​ປະ​ຈຳປີນີ້ ຂອງ​ແຂວງ​ໄຊ​ຍະ​ບູລີ​ ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ ຈາກ​ຜູ້​ທີ່​ມາ​ທ່ຽວ​ຊົມ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ຢ່າງ​ຫລວງຫລາຍ, ການ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ​ເປັນ​ປະ​ເພນີ ​ອັນ​ໜຶ່ງ​ໃນ​ງານ​ບຸນ​ຊ້າງ ​ເຊິ່ງ​ໄດ້​ປະຕິບັດ​ກັນ​ມາ​ແຕ່​ໃດໆ​ມາ, ​ເຊິ່ງສາມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ຄວນ​ຊ້າງ​ ທີ່​ນຳ​ຊ້າງ​ເຂົ້າ​ມາ​ຮ່ວມ​ໃນ​ງານ​ເປັນ​ຢ່າງ​ດີ.

ການ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ​ ກໍເປັນ​ອີກ​ສີສັນ​ໜຶ່ງ​ທີ່​ຜູ້​ທ່ຽວ​ຊົມ​ ໃຫ້​ຄວາມ​ສົນ​ໃຈ​ຫລາຍ ​ເຊິ່ງ​ເປັນ​ກິດຈະ​ກຳ​ໜຶ່ງ​ ທີ່​ທຸກ​ຄົນ​ມາ​ໃນ​ງານ​ບຸນ​ຊ້າງ​ ໃນ​ທຸກໆ​ປີຕ້ອງ​ມາ​ຂີ່​ຊ້າງ​ຊົມ​ເມືອງ​ ​ເຊິ່ງການ​ຂີ່​ຊ້າງ​ອ້ອມ​ເມືອງ​​ນີ້ ມັນ​ໝາຍ​ເຖິງ​ສິລິ​ມຸງຄຸນ​ອັນ​ໜຶ່ງ ​ໃຫ້​ແກ່​ຜູ້​ຂີ່​​​​​​ຊ້າງ ທີ່ໄດ້ມີໂອ ກາດເຫັນ, ສຳຜັດກັບສັດປະເພດໃຫຍ່ ​ແລະ ກໍ​ເປັນ​ກິດຈະ​ກຳ​ທີ່​ສ້າງ​ລາຍ​ຮັບ​ໃຫ້​ຊ້າງ​ທີ່​ເຂົ້າ​ຮ່ວມ​ໃນ​ງານ​ບຸນ​ຊ້າງ ແລະ ໃນການຂີ່ຊ້າງ​ແຕ່ເທື່ອ​ໜຶ່ງ​ ຕ້ອງ​ໄດ້​ຈ່າຍ​ເງິນຄ່າ​ອາຫານ ຊ່ວຍ​ຊ້າງ​ເທື່ອ​ລະ 50.000-100.000 ກີບ.

ການ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ​ນີ້ ຍັງ​ແມ່ນ​ປະ​ເພນີ​ອັນ​ໜຶ່ງ​ທີ່​ສາມາດ​ ສ້າງ​ສີສັນ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ໃຫ້ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ງານ​ບຸນ​ຊ້າງ​ ຂອງ​ແຂວງ​ໄຊ​ຍະ​ບູລີ​ ຫລາຍ​ຂຶ້ນ. ເຊິ່ງ​ປີນີ້​ເຫັນ​ວ່າ​ມີ​ຜູ້​ຄົນ​ ມາ​ທ່ຽວ​ຊົມ​ມີຫລາຍ​ກວ່າ​ທຸກ​ປີຜ່ານມາ​./.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ຂ​ປ​ລ

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້