Saturday, November 15, 2025
Kbank Laos โอน รับ จ่าย

ສຳ​ຄັນ! ທຸກ​ຄົນ​ຕ້ອງ​ຮູ້ ແອັບກົດໝາຍ (version 3) ແຫ່ງ ສປປ ລາວ

ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດ ໂດຍການໃຫ້ກຽດເຂົ້້າເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ໄກທິບພະຈັນ ພວງພະຈັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີຜູ້ຕາງໜ້າໂຄງການລູນາ 2 (LUNA-II) ພ້ອມດ້ວຍຄະນະ, ຄະນະຮັບຜິດຊອບວຽກງານເຜີຍແຜ່ແອັບກົດໝາຍລາວ (version 3) ເຂົ້າຮ່ວມທັງໝົດຈຳນວນ 120 ຄົນ, ຍິງ 85 ຄົນ. ການລົງໂຄສະນາໃນຄັ້ງນີ້ ແມ່ນໄດ້ຮັບທຶນການຊ່ວຍເຫຼືອຈາກອົງການພັດທະນາສາກົນ ອາເມລິກາ ໂດຍຜ່ານໂຄງການລູນາ 2.

ຈຸດປະສົງການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ເພື່ອໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດເວົ້າໄດ້ ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ. ນອກນັ້ນແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕື່ອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ.

ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງແອັບກົດໝາຍລາວ (version 3) ເປັນທີ່ຮຽບຮ້ອຍແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ການດາວໂຫລດແອັບກົດໝາຍ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂັວນ ດ້ວຍບັນຍາກາດອັນຟົດຟື້ນ.

ທ່ານ​ສາ​ມາດ​ດາວ​ໂຫຼດ​ໄດ້​ທີ່:

ທີ່​ມາ: ໜັງ​ສື​ພິມ​ກົດ​ໝາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.