Friday, April 19, 2024
Lenovo

ຄະນະຊາວໜຸ່ມລາວ ເດີນທາງຢ້ຽມຢາມແຂວງຊຽງຂວາງ ແລະຫົວພັນ

ຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ. ເພື່ອຮັດແໜ້ນຄວາມສາມມັກຄີ ແລະ ແລກປ່ຽນຖອດຖອນບົດຮຽນວຽກງານຊາວໜຸ່ມ ແລະ ເຍົາວະຊົນຮ່ວມກັນ.

ທີ່ຖໍ້າແຜນການ(ຖໍ້າງູເຫຼືອມ) ເມືອງວຽງໄຊ ແຂວງຫົວພັນ ໄດ້ມີກອງປະຊຸມພົບປະ 2 ຝ່າຍ ລະຫວ່າງຄະນະບໍ ລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ພັນປະສົງ ໄຊຍະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແລະ ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຫົວພັນ ນໍາໂດຍ ສະຫາຍ ລອນຄໍາ ສຸຂະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຫົວພັນ ມີບັນດາຫົວໜ້າຂະແໜງ ຫົວໜ້າຫ້ອງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. 

ໂອກາດດັ່ງກ່າວທັງສອງຝ່າຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງ ໃນຜົນສໍາເລັດການຮ່ວມມືວຽກງານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັງວາ ຂອງສອງແຂວງໃນໄລຍະຜ່ານມາ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບຈຸດດີ ຈຸດອ່ອນ ແລະ ຂໍ້ຄົງຄ້າງ ຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວ ໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນທັນວາຂອງຕົນ. ພ້ອມນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຖອດຖອນບົດຮຽນການຈັດຕັ້ງປະຕິບັດ ການຮ່ວມມືວຽກງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແລະ ຄະນະຊາວໜຸ່ມ ປປລ ແຂວງຫົວພັນ ປີ 2019-2020 ແລະ ແຜນການຮ່ວມມື 2020-20201 ເຊິ່ງຄະນະຊາວໜຸ່ມທັງສອງຝ່າຍ ໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໃນວຽກງານຂອງຊາວໜຸ່ມ ປປລ ການຊ່ວຍ ເຫຼືອທາງດ້ານວັດຖຸ-ອຸປະກອນ ໃນການສົ່ງເສີມຄວາມກ້າວໜ້າ-ວ່ອງໄວ ຂອງການຈັດຕັ້ງປະຕິບັດວຽກງານວິ ຊາສະເພາະ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍ່ຄືການຍົກລະດັບຄວາມຮູ້ຂອງບຸກຄະລາກອນ ລວມທັງພະນັກງານວິຊາການຂອງທັງສອງແຂວງ ໃຫ້ມີຄວາມຮູ້ຄວາມສາມາດໃນລະດັບທີ່ແນ່ ນອນ ເພື່ອສ້າງໃຫ້ຂະບວນການຂອງຊາວໜຸ່ມລາວ ມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

ສໍາລັບແຜນການເຄື່ອນໄຫວຂອງຄະນະຜູ້ແທນຊາວໜຸ່ມນະຄອນຫຼວງວຽງຈັນ ທີ່ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ສອງພາກເໜືອໃນຄັ້ງນີ້ ຄະນະໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ທ່ານ ພູມີ ວົງວິຈິດ ພ້ອມນັ້ນ ກໍໄດ້ແລກປ່ຽນກິດຈະກໍາການຫຼິ້ນກິລາ ສະແດງສິລະປະ ຂອງຊາວໜຸ່ມສອງຝ່າຍ ແລະ ທ່ຽວສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆຢູ່ເມືອງວຽງໄຊ ຫຼັງຈາກສໍາເລັດການວຽກແລ້ວ ຄະນະຊາວໜຸ່ມ ປປລ ແຂວງຫົວພັນ ກໍ່ໄດ້ຈັດພິທີບາສີສູ່ຂວັນ ເພື່ອອວຍພອນໄຊອັນປະເສີດເຊິ່ງກັນ ແລະ ກັນຈາກນັ້ນຄະນະກໍ່ເດີນທາງກັບ ນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.

ທີ່ມາ: facebook.com/2114004085327872

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·