Wednesday, March 19, 2025

ຢ່າລືມ! ໄປໄຊຍະບູລີ ຕ້ອງໄປທ່ຽວຖ້ຳລອດໃຫ້ໄດ້

ເມືອງໄຊຍະບູລີເປັນເມືອງເທດສະບານແຂວງໄຊຍະບູລີທີ່ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳໂດຍສະເພາະຖ້ຳລອດ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ ເມືອງ#ໄຊຍະບູລີ ໄດ້ປັບປຸງບູລະນະເປັນອີກໜຶ່ງໃນບັນດາແຫຼ່ງທ່ອງທ່ຽວຂອງເມືອງໄຊຍະບູລີ ຖ້ຳລອດຕັ້ງຢູ່ບໍລິເວນບ້ານ ຖ້ຳລອດຫ່າງຈາກເທດສະບານແຂວງໄປທາງທິດເໜຶອ 13 ກິໂລແມັດ.

ເສັ້ນທາງເຂົ້າຫາຖ້ຳສະດວກສະບາຍ ໃນບໍລິເວນດັ່ງກ່າວມີຕົ້ນໄມ້ໃຫຍ່ນ້ອຍທີ່ມີຄ່າອ້ອມຮອບ, ມີສາຍນ້ຳຫວ້ຍຊອຍ ຫຼືເຖົ້າແກ່ເຄີຍເອີ້ນກັນວ່າ: ຫ້ວຍຊອຍມີນ້ຳທີ່ໃສເຢັນໄຫຼຜ່ານໂຕນຕາມແກ້ງ ແລະ ກ້ອນຫີນບວກໃສ່ກັບສຽງຮ້ອງຂອງສັດປ່ານາໆຊະນິດ ຟັງແລ້ວເປັນໜ້າອອນຊອນ.

ກ່ອນຈະເອີ້ນກັນວ່າຖ້ຳລອດ ແມ່ນຊາວບ້ານຖ້ຳລອດໄດ້ພາກັນໄປທຳມາຫາກິນຜ່ານບໍລິເວນນັ້ນແລ້ວ ລອດ ຫຼືເຂົ້າໄປໃນຖ້ຳນັ້ນ ເພາະວ່າເສັ້ນທາງຜ່ານຖ້ຳນັ້ນ, ຄວາມຍາວແຕ່ປາກຖ້ຳຫາທາງອອກປະມານ 15 ແມັດ ທາງໃນຈະເປັນຜົ້ງກວ້າງປະມານ 10 ແມັດມົນທົນ. ເມື່ອຂຶ້ນເມືອທັງຈອມຜາຈະມີຖ້ຳອີກ 5 ແຫ່ງ ໄລຍະຫ່າງກັນປະມານ 20 – 50 ແມັດ ແຕ່ລະຖ້ຳຈະມີຮູເຂົ້າ ໄປແລ້ວຈະເປັນຜົ້ງໃຫຍ່ ໃນຜົ້ງກໍຈະມີນົມຜານ້ອຍໃຫຍ່ເກາະກ່າຍກັນປຽບເໝືອນວ່າທຳມະຊາດຊ່າງສ້າງບັນຈົງຂຶ້ນມາ.

ນອກຈາກເລາະທ່ຽວຊົມຖ້ຳແລ້ວໃນບໍລິເວນຖ້ຳຍັງໄດ້ມີບໍລິການເຄື່ອງດື່ມ ຫຼືຈະພັກແຮມກໍໄດ້ ຖ້າທ່ານໃດຫາກໄດ້ມາທ່ຽວແຂວງໄຊຍະບູລີ ເວົ້າລວມສະເພາະກໍຄືມາທ່ຽວງານມະຫາກຳບຸນຊ້າງທີ່ແຂວງໄຊຍະບູລີຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 28 ກຸມພາ 2019 ນີ້ ທ່ານຢ່າພາດພາຄອບຄົວໄປທ່ຽວຊົມຖ້ຳລອດເຊື່ອແນ່ວ່າຈະສ້າງຄວາມປະທັບໃຈ ສາມາດຜ່ອນຄວາມຕຶງຄຽດຂອງບັນດາທ່ານບໍ່ໜ້ອຍກໍຫຼາຍ ເພາະວ່າສະຖານທີ່ດັ່ງກ່າວຊຸມເຢັນອາກາດປອດໂປ່ງດີ.

ທີ່ມາ: facebook.com/817889581891603

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.