ຮູ້​ໄວ້! ນັກທ່ອງທ່ຽວເຂົ້າມາສປປ.ລາວ ໝົດປີ 2018 ມີ 4,18 ລ້ານກວ່າຄົນ

ຕົວເລກນັກທ່ອງທ່ຽວທີ່ເຂົ້າມາສປປ.ລາວໝົດປີ 2018 ມີ 4,18 ລ້ານກວ່າຄົນ 
ຕາມການລາຍງານຂອງຂະແໜງການກ່ຽວຂ້ອງ ຕົວເລກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວໃນສປປ.ລາວໃນຮອບໜຶ່ງປີຜ່ານມາ (ມັງກອນ-ທັນວາ 2018) ມີຈຳນວນທັງໝົດ 4.186.000 ກວ່າຄົນເພີ່ມຂຶ້ນ 8,2 ສ່ວນຮ້ອຍເມື່ອທຽບກັບປີ 2017.

ໃນຈຳນວນດັ່ງກ່າວນີ້ ນັກທ່ອງທ່ຽວທີ່ຫຼາຍກວ່າໝູ່ແມ່ນມາຈາກພາກພື້ນອາຊີ-ປາຊີຟິກ ມີ 3.942.000 ກວ່າຄົນ ເພີ່ມຂຶ້ນ 8 ສ່ວນຮ້ອຍ ໂດຍທີ່ຈາກຣາຊະອານາຈັກໄທ ແມ່ນຫຼາຍກວ່າໝູ່ ມີ 1.929.000 ກວ່າຄົນ ເພີ່ມຂຶ້ນ 7 ສ່ວນຮ້ອຍ, ຕາມດ້ວຍສສ.ຫວຽດນາມ 867.000 ກວ່າຄົນ ຫຼຸດລົງ 3 ສ່ວນຮ້ອຍ ແລະ ສປ.ຈີນ 805.000 ກວ່າຄົນ ເພີ່ມຂຶ້ນ 26 ສ່ວນຮ້ອຍ. ສ່ວນ ເກົາຫຼີໃຕ້ ມີຈຳນວນນັກທ່ອງທ່ຽວທີ່ມາທ່ຽວລາວຫຼາຍເປັນອັນດັບສີ່ ມີ 174.000 ກວ່າຄົນ ເພີ່ມຂຶ້ນ 2 ສ່ວນຮ້ອຍ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...