ກຽມພົບກັບງານວາງສະແດງລົດວຽງຈັນ 2019

ມື້ນີ້, ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດງານຖະແຫລງຂ່າວ ງານວາງສະແດງລົດວຽງຈັນ 2019 ຫລື Vientiane Motor Show 2019, ເຊິ່ງງານແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 22 ກຸມພາ ຫາ 2 ມີນາ 2019, ທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າ ໂດຍເລີ່ມແຕ່ເວລາ 12:00 ຂອງທຸກໆມື້.

ທ່ານ ພອນຈັນ ເພັງສຸວັນ ປະທານບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັນ ແອນອີເວັນອໍແກໄນເຊີ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຫລັກ ຂອງການຈັດງານວາງສະແດງໃນຄັ້ງນີ້, ເພື່ອເປັນການຕອບໂຈດໃຫ້ກັບບັນດາບໍລິສັດ ຫ້າງຮ້ານ ທີ່ຈຳໜ່າຍລົດ ແລະ ຜະລິດຕະພັນຕົກແຕ່ງລົດ ຮ່ວມໄປເຖິງຄວາມຕ້ອງການຂອງກຸ່ມບັນດາລູກຄ້າຜູ້ຊົມໃຊ້ ແລະ ທີ່ສຳຄັນ ກໍເພື່ອເປັນການຕໍ່ຍອດໃຫ້ກັບວົງການລົດ ໂດຍອີງໃສ່ຈາກປະສົບການ ປະສົບຜົນສຳເລັດໃນການຈັດງານ ໂມເຕີເອັກສໂປໃນປີຜ່ານໆມາ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...