Monday, January 20, 2025

ໄປ​ເມືອງ​ເຟືອງ! ຢ່າ​ລືມຫາດດອນກາງ ແຫ​ຼ່ງທ່ອງທ່ຽວທຳມະຊາດ​ທີ່​ພາດບໍ່ໄດ້

ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວທາງທຳມະຊາດ ທັງ ຫ້ວຍນໍ້າລຳເຊ, ພູຜາປ່າດົງ ແລະເຫວຖໍ້າ ຢູ່ປະເທດລາວ ເຮົາ ຕັ້ງແຕ່ເໜືອຕະຫລອດໃຕ້ນັບວ່າມີຈຳນວນຫຼວງ ຫຼາຍ ເຊິ່ງລ້ວນແຕ່ມີຄວາມ ສວຍສົດງົດງາມ ແລະ ໜ້າທ່ຽວຊົມ. ແຕ່ຖ້າເວົ້າເຖິງ ຄວາມເປັນທຳມະຊາດທາງດ້ານສາຍນໍ້າ ແລະ ເໝາະແກ່ການລ່ອງເຮືອ-ແພຊົມຜາສູງ ແລະ ແກ້ງຕາດຕາມສອງຟາກຝັ່ງໃນວັນພັກ ຜ່ອນຂອງຊາວເມືອງແບບຊຸມເຮົາເຈົ້າຂ້ອຍ ຂໍແນະນຳ ແຫລ່ງທ່ອງທ່ຽວ “ຫາດ ດອນກາງ” ເມືອງເຟືອງ ແຂວງວຽງຈັນ ເຊິ່ງເປັນສະຖານທີ່ທີ່ພວມໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວຫຼາຍຂຶ້ນ.

- 897 - ຫາດດອນກາງ ແຫລ່ງທ່ອງທ່ຽວທຳມະຊາດຂອງເມືອງເຟືອງ

ແຫລ່ງທ່ອງທ່ຽວຫາດດອນກາງ ແມ່ນຫາດຊາຍສາຍນໍ້າລີກທີ່ຕັ້ງຢູ່ຫ່າງຈາກ ເທສະບານເມືອງ ປະມານ 3 ກິໂລແມັດ ແລະ ຫ່າງຈາກ ນະຄອນຫຼວງວຽງຈັນປະມານ 122 ກິໂລແມັດໄປ ຕາມເສັ້ນທາງເລກ 13    ເໜືອ ແລ້ວລ້ຽວຊ້າຍເຂົ້າ ທາງແຍກເມືອງຫີນເຫີບ ດ້ວຍຫົນທາງທີ່ສະດວກ ສະບາຍຈົນເຖິງສະຖານທີ່ ທ່ອງທ່ຽວ.

- 758 - ຫາດດອນກາງ ແຫລ່ງທ່ອງທ່ຽວທຳມະຊາດຂອງເມືອງເຟືອງ

ທ່ານ ວັນນາ ແສງພະ ຈັນ ຜູ້ຈັດການບໍລິການແຫຼ່ງ ທ່ອງທ່ຽວດັ່ງກ່າວໃຫ້ຮູ້ວ່າ: ແຫລ່ງທ່ອງທ່ຽວຫາດດອນກາງ ໃນເມື່ອກ່ອນຍັງບໍ່ມີ ຄວາມຟົດຟື້ນ ແຕ່ພາຍຫຼັງໄດ້ເລີ່ມພັດທະນາ ແລະ ເປີດໃຫ້ບໍລິການຕັ້ງແຕ່ປີ 2018 ເປັນຕົ້ນມານັບວ່າໄດ້ຮັບ ຄວາມສົນໃຈຫຼາຍຂຶ້ນ ເພາະ ວ່າເປັນການພັດທະນາແບບມີສ່ວນຮ່ວມ ແລະ ຍັງຄົງ ຮັກສາຄວາມສົມບູນທາງ ທຳມະຊາດໄວ້. ໃນໄລຍະປີ ຜ່ານມາມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມ ຮ່ວມກິດຈະກຳ ຕ່າງໆປະມານ 4.000 ກວ່າ ຄົນ, ໃນນັ້ນນັກທ່ອງທ່ຽວ ຈາກນະຄອນຫຼວງວຽງຈັນ ປະມານ 40%. ໃນປີ 2019 ນີ້ໄດ້ມີການໂຄສະນາຜ່ານ ສື່ທາງໂທລະພາບ, ວິທະຍຸ ແລະ ສື່ອອນລາຍຕ່າງໆ ເພີ່ມຂຶ້ນ ເຊິ່ງຄາດວ່າ ຈະ ດຶງດູດນັກທ່ອງທ່ຽວໃຫ້ ເຂົ້າມາທ່ຽວຊົມບໍ່ຕໍ່າກວ່າ 5.000 ຄົນ ແລະ ຈະໄດ້ຈັດ ກິດຈະກຳສົ່ງເສີມການທ່ອງ ທ່ຽວໃຫ້ຫຼາຍຂຶ້ນ ໂດຍສະ ເພາະໃນວັນທີ 9-10 ກຸມພາ ນີ້ຈະໄດ້ມີການຈັດມະຫະກຳທ່ອງທ່ຽວຫາດດອນກາງຄັ້ງທີ 3 ຂຶ້ນ, ປີນີ້ພິເສດ ກວ່າທຸກປີ ເພາະຈະມີຕະ ຫລາດນັດຂາຍສິນຄ້າຂອງ ເມືອງ ແລະ ການສະແດງ ຕ່າງໆຈາກນັກສິລະປິນທັງ ພາຍໃນ ແລະຕ່າງປະເທດເພື່ອເປັນການສົ່ງເສີມເສດຖະກິດທ້ອງຖິ່ນ ແລະ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວ ລາວ-ຈີນໃຫ້ມີບັນຍາຟົດຟື້ນອີກດ້ວຍ.

- 6377 - ຫາດດອນກາງ ແຫລ່ງທ່ອງທ່ຽວທຳມະຊາດຂອງເມືອງເຟືອງ

​ທີ່​ມາ: ໜັງ​ສື​ພິມລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: