ຊົມ​ເຊີຍ! ຊາວ​ນາ​ທົ່ວ​ປະ​ເທດ ປັກດໍາເຂົ້ານາແຊງສໍາເລັດແລ້ວ 70%

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງຂອງກະສິກອນແຂວງຕ່າງໆ ໃນປີນີ້ເຫັນວ່າເປັນຂະບວນຟົດຟື້ນດີ, ຊຶ່ງມາຮອດປັດຈຸບັນທົ່ວປະເທດ ສາມາດປັກດໍາສໍາເລັດແລ້ວ ປະມານ 70% ຂອງເນື້ອທີ່ແຜນການ 1 ແສນເຮັກຕາ, ສ່ວນການປູກພືດລະດູແລ້ງບັນລຸໄດ້ 79 ພັນກວ່າເຮັກຕາ ເທົ່າກັບ 50,58% ຂອງເນື້ອທີ່ແຜນການ. ສ່ວນພືດທີ່ປູກຫຼາຍກວ່າໝູ່ແມ່ນ ສາລີຫວານ, ໃນນັ້ນ, ຢູ່ແຂວງສະຫວັນນະເຂດໃນເນື້ອທີ່ 1.130 ເຮັກຕາ, ແຂວງວຽງຈັນ 1.215 ເຮັກຕາ, ບໍລິຄໍາໄຊ 260 ເຮັກຕາ, ສາລະວັນ 846 ເຮັກຕາ ແລະ ແຂວງຫຼວງພະບາງ 140 ເຮັກຕາ.

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ອີກວ່າ: ໃນໜຶ່ງອາທິດຜ່ານມານີ້, ໜ່ວຍງານຂອງຕົນສາມາດຢຶດໄມ້ທີ່ຜິດຕໍ່ລະບຽບກົດໝາຍ ຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ອັດຕະປື ໄດ້ທັງໝົດ 314 ທ່ອນ ບໍລິມາດ 38,965 ແມັດກ້ອນ, ສາມາດກັກລົດບັນທຸກໄດ້ 1 ຄັນ ແລະ ໄດ້ສືບສວນ-ສອບສວນ 11 ຄະດີ (ຄະດີກ່ຽວກັບໄມ້ 8 ຄະດີ, ຄະດີກ່ຽວກັບເຄື່ອງປ່າ 3 ຄະດີ) ໃນນັ້ນກໍາລັງສືບສວນ-ສອບສວນ 9 ຄະດີ, ຊັດມ້ຽນ 2 ຄະດີ ແລະ ຍັງສາມາດຢຶດສັດປ່າ ໄດ້ 1.120 ກິໂລ. ນອກນີ້, ຍັງໄດ້ກວດກາການເຂົ້າບຸກລຸກທີ່ດິນປ່າໄມ້ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃນເນື້ອທີ່ຫຼາຍກວ່າ 2 ເຮັກຕາອີກດ້ວຍ.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.