Friday, April 18, 2025

ສຸດຍອດ! ຊາວໜຸ່ມກອງຄຸ້ມຄອງພະຫະນະແລະການຂັບຂີ່ ໄດ້ຮັບນາມມະຍົດ 4 ບຸກ 4 ປີລຽນຕິດ

ໜ່ວຍຮາກຖານຊາວໜຸ່ມ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດເປັນໜ່ວຍຊາວໜຸ່ມ 4 ບຸກ ເປັນຄັ້ງທີ IV ຂື້ນຢ່າງເປັນທາງການຢູ່ທີ່ສະໂມສອນຂອງກອງຄຸ້ມຄອງພາຫະ ນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສຸລິນທອນ ສິງທິພານີ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນວນໄຊ ພະໄຊສົມບັດ ເລຂາໜ່ວຍພັກ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ສະຫາຍ ອະນຸສອນ ວົງຄໍາສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ມີສະມາ ຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວສະຫາຍ ນາງ ສຸລິນທອນ ສິງທິພານີ ເລຂາຄະນະບໍລິຫານງານຊາວໜຸ່ມ ໄດ້ຮັບກຽດຜ່ານບົດສະຫຼຸບເພື່ອສັງເກດຕີລາຄາຄືນການຈັດຕັ້ງປະຕິບັດຕາມແຜນການສ້າງໜ່ວຍຊາວໜຸ່ມ 4 ບຸກ ໃນໄລຍະ 1 ປີຜ່ານມາ ຜ່ານການປະເມີນຜົນຕົວຈິງສົມທຽບກັບມາດຖານໃນແຕ່ລະດ້ານສາມາດປະຕິບັດໄດ້ຄື: ດ້ານແນວຄິດ ບຸກໄດ້ 95%, ດ້ານການຝຶກຝົນຫຼໍ່ຫຼອມຕົນເອງໄດ້ 95%,ດ້ານການຈັກຕັ້ງໄດ້ 95%, ດ້ານການສ້າງວິຊາໍຊີບ ແລະ ສ້າງວຽກງານທໍາໄດ້ 95% ຕໍ່ຜົນຂອງການປະເມີນໃນແຕ່ລະດ້ານນັ້ນ ເຫັນວ່າໜ່ວຍປະຕິບັດໄດ້ລື່ນຄາດໝາຍທີ່ແຜນການໄດ້ວາງໄວ້ ຈິ່ງໄດ້ປະກາດມອບນາມຍົດເປັນໜ່ວຍຊາວໜຸ່ມຕົວແບບ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຕາມຂໍ້ຕົກລົງ ສະບັບເລກທີ 015/ຄຊປປລ. ລົງວັນທີ 8/1/2019.

ນອກນັ້ນ ຄະນະໜ່ວຍຍັງໄດ້ເອົາໃຈໃສ່ ໃນການປັບປຸງກົງຈັກການຈັດຕັ້ງ ເຊິ່ງປະຈຸບັນມີສະມາຊິກຊາວໜຸ່ມ ປປລ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2018 ມີຈໍານວນ 31 ສະຫາຍ ຍິງ 19 ສະຫາຍ ພ້ອມນັ້ນ ວຽກງານຄະບວນການຄະນະໜ່ວຍຍັງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກເຂົ້າຮ່ວມທຸກຂະບວນການເຄື່ອນໄຫວຕ່າງໆຂອງຊາວໜຸ່ມຢ່າງຟົດຟື້ນໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.