​ປະ​ໂທ້! ດ່ານຂົວມິດຕະພາບນ້ຳເຫືອງ ເກັບລາຍຮັບໄດ້ 308,5 ຕື້ກີບ

ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 , ທີ່ຫ້ອງປະຊຸມດ່ານ. ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ສີສຸວັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ, ຫົວໜ້າໜ່ວຍງານ ແລະ ພະນັກງານພາສີປະຈໍາດ່ານເຂົ້າຮ່ວມ.

ໃນປີ 2018 ຜ່ານມາດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງໄດ້ແບ່ງໜ້າທີ່ວຽກງານໃຫ້ຄະນະ, ໜ່ວຍງານ, ດ່ານທີ່ຂຶ້ນກັບໃນການປະຕິບັດວຽກງານວິຊາສະເພາະຕາມສິດໜ້າທີ່, ພາລະບົດບາດ ແລະຂອບເຂດຄວາມຮັບຜິດຊອບຂອງໃຜລາວໃນການຄຸ້ມຄອງກວດກາວຽກວິຊາສະເພາະຢູ່ແຕ່ລະໜ່ວຍງານ ແລະ ດ່ານທີ່ຂຶ້ນກັບເພື່ອກະຕຸກຊຸກຍູ້ໃຫ້ແກ່ການຈັດເກັບລາຍຮັບ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມແບບແຜນວິທີເຮັດວຽກຂອງຄະນະດ່ານໄດ້ວາງໄວ້, ປັບປຸງວຽກງານກວດກາສິນຄ້າ, ເຄື່ອງມືໃຫ້ມີການຮັດກຸມ ແລະມີຄວາມເຂັ້ມງວດເພື່ອເຮັດໃຫ້ການເສຍພາສີ ແລະພັນທະຕ່າງໆຂອງຜູ້ປະກອບການເພີ່ມຂຶ້ນ ແລະແຕ່ງຕັ້ງພະນັກງານໄປຄຸ້ມຄອງການຈັດເກັບລາຍຮັບຢູ່ດ່ານປະເພນີສີພູມ, ດ່ານປະເພນີບ້ານເມືອງໝໍ ແລະດ່ານປະເພນີບ້ານນາແກ້ງມ້າ.

ຊຶ່ງໝົດປີສາມາດເກັບລາຍຮັບໄດ້ທັງໝົດ 308,5 ຕື້ກີບໃນນີ້, ລາຍຮັບພາກສ່ວນພາສີ 68,8 ຕື້ກີບ ລວມມີຄ່າເຊັກພິເສດ 180 ລ້ານກີບ, ພາສີຂາ ເຂົ້າ 43,7 ຕື້ກວ່າກີບ, ທຄ່າທໍານຽມຕ່າງໆ 3,7 ຕື້ກີບ, ຄ່າທໍານຽມຄັງແຮ 21,1 ຕື້ກີບ ແລະຄ່າປັບໄໝ 25 ລ້ານກີບ. ສ່ວນລາຍຮັບພາກສ່ວນອາກອນ 239,6 ຕື້ກີບ ລວມມີອາກອນການຊົມໃຊ້ 155 ຕື້ກີບ, ອາກອນມູນຄ່າເພີ່ມ 83,8 ຕື້ກີບ ແລະອາກອນກໍາໄລ 193 ລ້ານກີບ.
ສະເພາະ ປີ 2019 ນີ້, ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຕັ້ງເປົ້າໝາຍມີສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 323 ຕື້ກວ່າກີບ.

ຂ່າວ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...